ການສຳຫຼວດດັດສະນີໝາຍສັງຄົມລາວ ຄັ້ງທີ III ຫຼື LSIS III ເເມ່ນຜົນການສໍາຫຼວດລ່າສຸດຢູ່ໃນ ສປປ ລາວ ທີ່ມີມູນທີ່ສຳຄັນກ່ຽວກັບສະຫວັດດີການຂອງເດັກ, ໄວໜຸ່ມ, ແມ່ຍິງ ເເລະ ຄົວເຮືອນໃນທົ່ວປະເທດ.
ການສຳຫຼວດ LSIS III ເເມ່ນໄດ້ດຳເນີນໃນລະຫວ່າງ ເດືອນມີນາ ຫາເດືອນກັນຍາ ປີ 2023 ໂດຍ ສູນສະຖິຕິເເຫ່ງຊາດ ຮ່ວມກັບ ກະຊວງສາທາລະນະສຸກ ເເລະ ກະຊວງສຶກສາທິການ, ເເລະ ໄດ້ຮັບທຶນການສະໜັບສະໜູນຈາກ ລັດຖະບານເຫ່ງ ສປປ ລາວ, ອົງການອຸຍນີເຊັບ, ສະຫະພາບເອີຣົບ, ລັດຖະບານອົດສະຕຣາລີ, ລັດຖະບານລຸກຊຳບວກ ແລະ ອົງການ UNFPA ພ້ອມດ້ວຍການສະໜັບສະໜູນດ້ານວິຊາການຈາກທີມງານ MICS ລະດັບສາກົນ ຂອງ ອົງການອຸຍນີເຊັບ.
File Type:
pdf