ໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດ ດ້ານໂພຊະນາການ (NIPN) ໄດ້ຈັດພິທີເປີດຊຸດຝຶກອົບຮົມໃນຫົວຂໍ້: “ພື້ນຖານທາງດ້ານສະຖິຕິ ແລະ ຄວາມຮູ້ດ້ານໂພຊະນາກາ ການວິເຄາະຂໍ້ມູນ ສໍາລັບຂັ້ນແຂວງ”“ການວິເຄາະຂໍ້ມູນໂພຊະນາການ ເພື່ອການສ້າງນະໂຍບາຍ” ຂຶ້ນຢ່າງເປັນທາງການໃຫ້ເເກ່ທີມງານໂຄງການ ໃນຂັ້ນເເຂວງ ລະຫວ່າງວັນທີ 22 ຫາ 24 ທັນວາ 2025 ເປັນເວລາ 3 ເຕັມ ເຊິ່ງມີຜູ້ເຂົ້າຮ່ວມຈາກບັນດາຂະເເໜງການທີ່ກ່ຽວຂ້ອງຂອງສອງເເຂວງເປົ້າໝາຍຄື: ຄຳມ່ວນ, ສະຫວັນນະເຂດ,ພິທີເປີດການຝຶກອົບຮົມດັ່ງກ່າວ ໄດ້ຮັບກຽດເປັນປະທານໂດຍ ທ່ານ ໜອນຄຳ ສຸລີນພົມມີ ຫົວໜ້າພະແນກການເງີນແຂວງສະຫັວນນາເຂດ , ຕາງໜ້າຄະນະຮັບຜິດຊອບໂຄງການ NIPN. ທ່ານໄດ້ກ່າວເນັ້ນໜັກວ່າ ວຽກງານການສ້າງຄວາມອາດສາມາດ ໂດຍສະເພາະທາງດ້ານສະຖິຕິ ແລະ ການວິເຄາະຂໍ້ມູນ ໃຫ້ເເກ່ຂັ້ນເເຂວງ ແມ່ນບູລິມະສິດສຳຄັນທີ່ສຸດຂອງໂຄງການ NIPN.ການຝຶກອົບຮົມໃນຄັ້ງນີ້ ມີຈຸດປະສົງເພື່ອຍົກລະດັບຄວາມຮູ້ຄວາມສາມາດຂອງຜູ້ເຂົ້າຮ່ວມ, ເພື່ອນຳເອົາຄວາມຮູ້ທີ່ໄດ້ໄປຜັນຂະຫຍາຍ ແລະ ຖ່າຍທອດຕໍ່ໃຫ້ຂະແໜງການໃນເເຂວງຂອງຕົນເອງ, ເຊິ່ງສອດຄ່ອງກັບແຜນຄວາມຍືນຍົງຂອງໂຄງການ.ພາຍຫຼັງສຳເລັດການຝຶກອົບຮົມເປັນເວລາ 3 ເຕັມວັນ,ໂດຍມີຄູຝຶກຂັ້ນແຂວງທັງສອງ ຈຳນວນ 9 ທ່ານ ແລະ ວີຊາການ 22 ທ່ານ ຕ່າງໜ້າຂະແໜງການ ສືກສາແຂວງ , ສາທາແຂວງ , ກະສີກຳແຂວງ ເພື່ອຮັບຮອງຄວາມສາມາດ ໃນດ້ານການວິເຄາະຂໍ້ມູນດ້ານໂພຊະນາການ, ເຊິ່ງເປັນການສ້າງພື້ນຖານທີ່ສໍາຄັນໃຫ້ແກ່ການຖ່າຍທອດຄວາມຮູ້ໃນອະນາຄົດ, ໃນບັນດາແຂວງຕ່າງໆ ໂດຍຈະດຳເນີນການຝຶກອົບຮົມໂດຍບັນດາຄູຝຶກທີ່ເຂົ້າຮ່ວມໃນຄັ້ງນີ້.



