ເມື່ອວັນທີ່ 8 ກໍລະກົດ 2024, ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ ແລະ ສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມ, ເຊິ່ງເປັນສ່ວນໜຶ່ງຂອງຂໍ້ລິເລີ່ມຂອງ ໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN) ໄດ້ຈັດກອງປະຊຸມກ່ຽວກັບການກໍານົດຫົວຂໍ້ຄົ້ນຄ້ວາ ທີ່ໂຮງແຮມລາວພລາຊາ. ທ່ານ ອູສະຫວັນ ທ່ຽງເທບວົງສາ, ຫົວໜ້າສະຖາບັນ ຄົ້ນຄ້ວານະໂຍບາຍເສດຖະກິດ-ສັງຄົມ, ສະຖາບັນວິທະຍາສາດ ເສດຖະກິດ-ສັງຄົມແຫ່ງຊາດ ແລະ ທ່ານ ປອ. ສິດທິຣົດ ຣາຊະພົນ, ຫົວໜ້າ ສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມ, ກະຊວງແຜນການ ແລະ ການລົງທຶນ, ເປັນປະທານຮ່ວມກອງປະຊຸມ.
ຈຸດປະສົງຂອງກອງປະຊຸມກໍານົດຫົວຂໍ້ຄົ້ນຄ້ວານີ້ແມ່ນ ເພື່ອໃຫ້ບັນດາຜູ້ມີສ່ວນຮ່ວມສາມາດປະເມີນ ແລະ ກວດສອບຄວາມຖືກຕ້ອງຂອງຫົວຂໍ້ການຄົ້ນຄວ້າທີ່ນໍາສະເໜີ ເຊິ່ງເປັນສ່ວນໜຶ່ງຂອງວາລະການຄົ້ນຄວ້າຂອງໂຄງການ NIPN ສໍາລັບປີ 2024. ກອງປະຊຸມຄັ້ງນີ້ເປັນເວທີທີ່ມີປະໂຫຍດທີ່ໄດ້ເຕົ້າໂຮມເອົານັກວິຊາການ, ນັກຊ່ຽວຊານພາຍໃນ ແລະ ຊ່ຽວຊານສາກົນ, ພ້ອມທັງ ບັນດາກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ ເພື່ອສາມາດປະກອບສ່ວນຕໍ່ບົດສະເຫນີຄົ້ນຄວ້າຂັ້ນສຸດທ້າຍ ກ່ອນທີ່ຈະດຳເນີນການວິເຄາະຂໍ້ມູນ. ຂະບວນການນີ້ເປັນສູນກາງຂອງວິທີດໍາເນີນການຄົ້ນຄ້ວາ ຍ້ອນວ່າເປັນການສັງລວມເອົາຄວາມຊໍານານງານຈາກ ທັດສະນະ ແລະ ປະຫວັດຄວາມເປັນມາ ທີ່ຫຼາກຫຼາຍ ທີ່ຈະຊ່ວຍປັບປຸງດ້ານວິຊາການ ແລະ ພາກປະຕິບັດຕົວຈິງຂອງໂຄງການຄົ້ນຄ້ວາ.
ຫົວຂໍ້ທີ່ນໍາມາສະເໜີໃນກອງປະຊຸມກໍານົດຫົວຂໍ້ຄົ້ນຄ້ວານີ້ ປະກອບດ້ວຍ 1) ຜົນກະທົບຂອງໄລຍະທີ່ເຊົາລ້ຽງລູກດ້ວຍນໍ້ານົມແມ່ພຽງຢ່າງດຽວ ແລະ ຕໍ່ການເຈັບປ່ວຍ ແລະ ຜົນໄດ້ຮັບທາງໂພຊະນາການ ໃນໄວເດັກດ້ານລົບ ຢູ່ ສປປ ລາວ: ຜົນໄດ້ຮັບຈາກການສໍາຫຼວດດັດຊະນີໝາຍສັງຄົມລາວ ຄັ້ງທີ 3, 2) ອິດທິພົນຂອງການເຄື່ອນຍ້າຍຖິ່ນຖານຂອງຜູ້ປົກຄອງ ຕໍ່ກັບການລ້ຽງດູເດັກອ່ອນ ແລະ ເດັກນ້ອຍ (IYCF) ອາຍຸ 6-23 ເດືອນ ຢູ່ ສປປ ລາວ: ຜົນໄດ້ຮັບຈາກ ການສໍາຫຼວດດັດຊະນີໝາຍສັງຄົມລາວ ຄັ້ງທີ 3, 3) ສຶກສາປັດໄຈທີ່ສົ່ງຜົນຕໍ່ການເສີມວິຕາມິນອາໃນເດັກນ້ອຍອາຍຸ 6-59 ເດືອນໃນ ສປປ ລາວ ແລະ 4) ຜົນກະທົບຂອງການແຕ່ງງານກ່ອນໄວຕໍ່ການຂາດສານອາຫານແບບລວງສູງຫຼຸດມາດຕະຖານ.
ກອງປະຊຸມຄັ້ງນີ້, ມີນັກຄົ້ນຄວ້າ ແລະ ຊ່ຽວຊານຈາກສະຖາບັນຕ່າງໆໃນ ສປປ ລາວ ເຂົ້າຮ່ວມເພື່ອຮັບຟັງ ແລະ ໃຫ້ຄໍາຄິດເຫັນ ທີ່ມີລັກສະນະເປັນຮູບປະທຳ, ເຊິ່ງມີຄວາມສໍາຄັນຢ່າງຍິ່ງຕໍ່ການປັບປຸງຄຸນນະພາບຂອງການຄົ້ນຄວ້າທີ່ໄດ້ຜະລິດຂຶ້ນ. ພ້ອມກັນນີ້, ພວກເຂົາເຈົ້າຍັງເປັນອີກໜຶ່ງຊ່ອງທາງໃນການຮ່ວມມືກັນໃນອະນາຄົດ.