> ຄຳມ່ວນ > ກອງປະຊຸມຄະນະກຳມະການໂພຊະນາການຂັ້ນແຂວງ ສະຫຼຸບການຈັດຕັ້ງປະຕິບັດ ວຽກງານໄລຍະ 9 ເດືອນ
ກອງປະຊຸມຄະນະກຳມະການໂພຊະນາການຂັ້ນແຂວງ ສະຫຼຸບການຈັດຕັ້ງປະຕິບັດ ວຽກງານໄລຍະ 9 ເດືອນ
ຄຳມ່ວນ | 12/11/2025

ກອງປະຊຸມຄະນະກຳມະການດ້ານໂພຊະນາການ ປະຈໍາ 9 ເດືອນ ປີ 2025 ໄດ້ຈັດຂຶ້ນໃນວັນທີ 11 ພະຈິກ 2025 ຢູ່ທີ່ພະແນກສາທາລະນະສຸກແຂວງຄໍາມ່ວນ ໂດຍການເປັນປະທານຂອງທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ, ປະທານຄະນະກຳມະການດ້ານໂພຊະນາການຂັ້ນແຂວງ, ມີບັນດາທ່ານໃນຄະນະກຳມະການຂັ້ນແຂວງ, ຂັ້ນເມືອງ ພ້ອມຄະນະກອງເລຂາ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມ.


ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ໄດ້ມີຄໍາເຫັນໃນໂອກາດກ່າວເປີດກກອງປະຊຸມວ່າ: ກອງປະຊຸມໃນຄັ້ງນີ້, ແມ່ນຈະໄດ້ສະຫຼຸບລາຍງານ ການຈັດຕັ້ງປະຕິບັດ ແຜນປະຕິບັດວຽກງານດ້ານໂພຊະນາການ ເປັນຕົ້ນ: ຜົນສໍາເລັດທີ່ພົ້ນເດັ່ນ, ສິ່ງທ້າທາຍ, ຄໍາໝາຍໝັ້ນ ແລະ ການຈັດຕັ້ງຜັນຂະຫຍາຍຄໍາໝັ້ນໝາຍ ທີ່ຄະນະກຳມະການໂພຊະນາການຂັ້ນແຂວງ ໄດ້ເຊັນຮັບຮອງເອົາໃນກອງປະຊຸມດ້ານໂພຊະນາການແຫ່ງຊາດ ໃນເດືອນມີນາ 2024, ພ້ອມທັງການຜັນຂະຫຍາຍຖະແຫຼງການຂອງກອງປະຊຸມສຸດຍອດການພັດທະນາດ້ານຊັບສິນມະນຸດ, ນອກນັ້ນ ຍັງຈະໄດ້ວາງແຜນການປີສຸດທ້າຍຂອງການປະຕິບັດແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ 2021-2025 ແລະ ສັງລວມ ຂົນຂວາຍກຳລັງແຮງຈາກທຸກພາກສ່ວນ ເພື່ອສະໜັບສະໜູນ ສະໜອງທຶນຮອນ ໃນການຮີບຮ້ອນ ແກ້ໄຂບັນຫາໂພຊະນາການ. ໂອກາດນີ້, ທ່ານຍັງຮຽກຮ້ອງມາຍັງທຸກພາກສ່ວນ ທີ່ເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ເພີ່ມທະວີຄວາມເອົາໃຈໃສ່ໃນການຄົ້ນຄວ້າ, ວິເຄາະວິໄຈ ບັນຫາຕັ້ງຂຶ້ນຢ່າງເລິກເຊິ່ງ, ພ້ອມທັງປະກອບຄຳຄິດເຫັນ, ແລກປ່ຽນ, ປຶກສາຫາລື, ຖອດຖອນເອົາບົດຮຽນ ເພື່ອຊອກຫາທາງອອກ, ໃຫ້ຄຳຕອບແກ້ໄຂບັນຫາຢ່າງຮອບດ້ານ, ເພາະກອງປະຊຸມຄັ້ງນີ້ ຈະເຮັດໃຫ້ພວກເຮົາສາມາດວາງທິດທາງສູ້ຊົນ ໃນຕໍ່ໜ້າຢ່າງເປັນຮູບປະທຳ, ສອດຄ່ອງກັບເງື່ອນໄຂ ແລະ ທັນກັບສະພາບຕົວຈິງ ລວມທັງເພີ່ມທະວີການປະສານງານທີ່ກົມກຽວ, ການພົວພັນຮ່ວມມືທີ່ມີປະສິດທິຜົນ ໃນບັນດາຂະແໜງການຂັ້ນທ້ອງຖິ່ນ, ທັງພາກລັດ, ເອກະຊົນ, ສັງຄົມ ພ້ອມທັງຄູ່ຮ່ວມພັດທະນາ ແລະ ຜູ້ໃຫ້ທຶນ ເພື່ອຮີບຮ້ອນຈັດຕັ້ງປະຕິບັດ ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ ເພື່ອເຮັດໃຫ້ສະພາບການຂາດໂພຊະນາການ ໄດ້ຮັບການປັບປຸງ ແລະ ແກ້ໄຂໃຫ້ນັບມື້ນັບດີຂຶ້ນ, ຮັບປະກັນໃຫ້ປະຊາຊົນບັນດາເຜົ່າ ໄດ້ມີຄຸນນະພາບຊີວິດດີຂຶ້ນ ປະກອບສ່ວນສຳຄັນໃນການພັດທະນາຊັບສິນມະນຸດ ເຂົ້າໃນພາລະກິດ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວສູ່ຈຸດໝາຍ ທີ່ກຳນົດໄວ້.

ລາຍງານການຈັດຕັ້ງປະຕິບັດໂພຊະນາການ 11-12.11.2025

ບົດກ່າວເປີດ ທ່ານປອ ແກ້ວອຸດອນ

ຕິດຕໍ່ສອບຖາມ

ໜ່ວຍງານວິເຄາະຂໍ້ມູນ
ກົມນະໂຍບາຍເສດຖະກິດ ເເລະ ການເງິນ

ໂທລະສັບ: +856 21 254826
ອີເມລ: contact.cdrlaos@gmail.com

ຂ່າວທີ່ກ່ຽວຂ້ອງ