ວັນທີ 8 ມັງກອນ 2024ທີ່ຜ່ານມາ, ໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການໄດ້ຈັດກອງປະຊຸມຄະນະຊີ້ນຳລວມໂຄງການປະຈຳປີ 2023 ຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່, ຮອງລັດຖະມົນຕີກະຊວງແຜນການ ເເລະ ການລົງທຶນ ແລະ ທັງເປັນປະທານຄະນະຊີ້ນຳລວມໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ, ເຊິ່ງກອງປະຊຸມດັ່ງກ່າວນີ້ແມ່ນຈັດຂຶ້ນເພື່ອໃຫ້ໜ່ວຍງານວິເຄາະຂໍ້ມູນ ແລະ ໜ່ວຍງານວິເຄາະນະໂຍບາຍນຳສະ ເໜີ ເເລະ ລາຍງານຄວາມຄືບໜ້າກ່ຽວກັບການຈັດຕັ້ງປະຕິບັດໂຄງການໃນຕະຫຼອດປີ 2023 ຜ່ານມາ ໂດຍຕົວແທນຈາກ 6 ແຂວງ ທີ່ຈັດຕັ້ງ ປະຕິບັດ ໂຄງການ NIPN ໃນຂັ້ນເເຂວງກໍໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້. ເນື້ອໃນຕົ້ນຕໍຂອງກອງປະຊຸມນອກຈາກການລາຍງານການຈັດຕັ້ງປະຕິບັດ ແມ່ນການຮັບຟັງ ເເລະ ສົນທະນາບັນດາທິດທາງຍຸດທະສາດຂອງຄະນະຊີ້ນຳລວມໂຄງການ ກ່ຽວກັບການວາງແຜນການເຄື່ອນໄຫວ ແລະ ທິດທາງໃນການແກ້ໄຂບາງບັນຫາທ້າທາຍໃນການຈັດຕັ້ງປະຕິບັດໂຄງການ, ແລະ ແຜນການປະຈຳປີ 2024/25. ກອງປະຊຸມດັ່ງກ່າວໄດ້ດຳເນີນໄປເປັນເວລາເຄິ່ງວັນທີ່ໂຮງແຮມເສດຖາພາເລດ ນະຄອນຫຼວງວຽງຈັນ.
ກອງປະຊຸມຄະນະຊີ້ນຳລວມໂຄງການ NIPN ປະຈຳປີ 2023
ຂ່າວການເຄື່ອນໄຫວ | 10/01/2024
ຕິດຕໍ່ສອບຖາມ
ໜ່ວຍງານວິເຄາະຂໍ້ມູນ
ກົມນະໂຍບາຍເສດຖະກິດ ເເລະ ການເງິນ
ໂທລະສັບ: +856 21 254826
ອີເມລ: contact.cdrlaos@gmail.com


