> ກິດຈະກຳ > ກອງປະຊຸມຄະນະຊີ້ນຳລວມໂຄງການ ສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ ປະຈຳປີ 2024
ກອງປະຊຸມຄະນະຊີ້ນຳລວມໂຄງການ ສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ ປະຈຳປີ 2024
ກິດຈະກຳ | ກຸມພາ 12, 2025

ໃນວັນທີ 11 ກຸມພາ 2025 ນີ້ ທີ່ໂຮງແຮມເສດຖາພາເລດ ນະຄອນຫຼວງວຽງຈັນ, ໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການໄດ້ຈັດກອງປະຊຸມຄະນະຊີ້ນຳລວມໂຄງການປະຈຳປີ 2024ຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່, ຮອງລັດຖະມົນຕີກະຊວງແຜນການ ເເລະ ການລົງທຶນ ແລະ ທັງເປັນປະທານຄະນະຊີ້ນຳລວມໂຄງການ, ເຊິ່ງກອງປະຊຸມດັ່ງກ່າວນີ້ແມ່ນຈັດຂຶ້ນເພື່ອ ນຳສະ ເໜີ ເເລະ ລາຍງານຄວາມຄືບໜ້າກ່ຽວກັບຜົນການຈັດຕັ້ງປະຕິບັດໂຄງການໃນປີ 2024 ທີ່ຜ່ານມາ, ລວມທັງສິ່ງທ້າທາຍ ເເລະ ບົດຮຽນທີ່ຖອດຖອນໄດ້. ພ້ອມດຽວກັນນີ້ຕົວແທນຈາກ 6 ແຂວງ (ຜົ້ງສາລີ, ອຸດົມໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ເເລະ ເຊກອງ) ທີ່ຈັດຕັ້ງ ປະຕິບັດ ໂຄງການ NIPN ໃນຂັ້ນເເຂວງກໍໄດ້ເຂົ້າຮ່ວມລາຍງານຜົນການຈັດຕັ້ງປະຕິບັດກິດຈະກຳປະຈຳປີ 2024 ຂອງຕົນເຊັ່ນດຽວກັນ.

ນອກຈາກນີ້ກອງປະຊຸມຍັງໄດ້ຮັບຟັງເເຜນຄວາມຍືນຍົງຂອງໂຄງການຫຼັງຈາກປີ 2025 ພາຍຫຼັງທີ່ຊິ້ນສຸດໂຄງການ ເພື່ອຮັບປະກັນໃຫ້ກິດຈະກຳສາມາດປະຕິບັດໄດ້ຢ່າງຕໍ່ເນື່ອງເຊິ່ງຜູ້ເຂົ້າຮ່ວມໄດ້ຮ່ວມກັນປະກອບຄຳເຫັນໃຫ້ເເກ່ແຜນຄວາມຍືນຍົງດັ່ງກ່າວ ເເລະ ຈະໄດ້ສືບຕໍ່ຮ່າງໃຫ້ສຳເລັດເພື່ອຈັດຕັ້ງປະຕິບັດພາຍໃນປີ 2025ນີ້. ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ຮັບຟັງການລາຍງານກ່ຽວກັບຜົນໄດ້ຮັບເບື້ອງຕົ້ນຂອງວຽກງານການຄົ້ນຄວ້າປະຈຳປີ 2024 ເຊິ່ງລວມມີ 4 ຫົວຂໍ້ການຄົ້ນຄວ້າທີ່ຈະຖືກນຳສະເໜີໃນກອງປະຊູມເຜີຍເເຜ່ຜົນການຄົ້ນຄວ້າປະຈຳປີໃນເດືອນມີນາ 2025ນີ້. ກອງປະຊຸມດັ່ງກ່າວໄດ້ດຳເນີນໄປເປັນເວລາເຄິ່ງວັນແລະປິດລົງດ້ວຍຜົນສຳເລັດອັນຈົບງາມ.

ຕິດຕໍ່ສອບຖາມ

ໜ່ວຍງານວິເຄາະຂໍ້ມູນ
ກົມນະໂຍບາຍເສດຖະກິດ ເເລະ ການເງິນ

ໂທລະສັບ: +856 21 254826
ອີເມລ: contact.cdrlaos@gmail.com

ຂ່າວທີ່ກ່ຽວຂ້ອງ