ກອງປະຊຸມຄະນະຊີ້ນຳລວມໂຄງການປະຈຳປີ 2022

ກ.ພ. 8, 2023

ໃນວັນທີ 2 ກຸມພາ 2023ທີ່ຜ່ານມາ ທີ່ໂຮງແຮມເສດຖາພາເລດ ນະຄອນຫຼວງວຽງຈັນໄດ້ມີການຈັດກອງປະຊຸມຄະນະຊີ້ນຳລວມໂຄງການ NIPN ໂດຍໄດ້ຮັບກຽດເປັນປະທານໂດຍທ່ານ ທ່ານ ປອ ສະ​ຖາ​ບັນ​ດິດ ອິນ​ສີ​ຊຽງ​ໃມ່, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ ແຜນການ ແລະ ການລົງທຶນ ແລະ ທັງ​ເປັນ​ປະ​ທານ​ຄະ​ນະ​ຊີ້ນຳລວມໂຄງການ NIPN, ເຊິ່ງຈຸດປະສົງຂອງກອງປະຊຸມແມ່ນລາຍງານຜົນການຈັດຕັ້ງປະຕິບັດໂຄງການພ້ອມທັງຄວາມຄືບໜ້າໃນການຈັດຕັ້ງປະຕິບັດກິດຈະກຳຕະຫຼອດປີ 2022 ຂອງທັງສອງໜ່ວຍງານຄືໜ່ວຍງານວິເຄາະຂໍ້ມູນ ແລະ ນະໂຍບາຍພ້ອມດຽວກັນນີ້ ຄະນະຊີ້ນຳລວມຍັງໄດ້ໃຫ້ທິດຊີ້ນຳທາງດ້ານຍຸດທະສາດໃນການຈັດຕັ້ງປະຕິບັດ ແລະ ສະເໜີວິທີແກ້ໄຂຕໍ່ກັບສິ່ງທ້າທາຍທີ່ກະທົບຕໍ່ການຈັດຕັ້ງປະຕິບັດກິດຈະກຳຂອງທັງສອງໜ່ວຍງານນອກຈາກນີ້, ຍັງໄດ້ມີການລາຍງານແຜນການກະກຽມກອງປະຊຸມເຜີຍແຜ່ ປະຈໍາປີ 2022 ຂອງໂຄງການ ທີ່ຈະໄດ້ຈັດຂຶ້ນໃນກາງເດືຶນນີ້. ກອງປະຊຸມດັ່ງກ່າວໄດ້ນຳເນີນໄປເປັນເວລາເຄິ່ງວັນ ເເລະໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ.