ກອງປະຊຸມດັ້ງກ່າວໃຫ້ກຽດເປັນປະທານໂດຍ ທ່ານ ປອ ກິແກ້ວ ຈັນທະບູຣີ, ຮອງລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ ແລະ ປະທານຄະນະ ກຳມະການຊີ້ນຳລວມຂອງໂຄງການ NIPN ແລະ ທ່ານ ນາງ ພອນສາລີ ສຸກສະຫວັດ, ຮອງຫົວໜ້າ ສູນສະຖິຕິແຫ່ງຊາດ ແລະຮອງປະທານຄະນະກຳມະການຊີ້ນຳລວມໂຄງການ NIPN. ກອງປະຊຸມດັ່ງກ່າວແມ່ນໄດ້ເປີດໂອກາດໃຫ້ທັງ ໜ່ວຍງານວິເຄາະ ຂໍ້ມູນ ແລະ ນະໂຍບາຍ ລາຍງານເຖິງຄວາມຄືບໜ້າກ່ຽວກັບກິດຈະກຳຂອງທັງສອງໜ່ວຍງານຕັ້ງແຕ່ການເລີ່ມຕົ້ນຈັດຕັ້ງປະຕິບັດໂຄງການ NIPN. ນອກຈາກນີ້ຄະນະກຳມະການຊີ້ນຳລວມຍັງໄດ້ໃຫ້ທິດທາງຍຸດທະສາດ, ວິທີແກ້ໄຂທີ່ເປັນປະໂຫຍດຕໍ່ບາງສິ່ງທ້າທາຍທີ່ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດໂຄງການ. ພ້ອມດຽວກັນບັນດາສະມາຊິກຜູ້ຈັດຕັ້ງປະຕິບັດໂຄງການຍັງໄດ້ໃຫ້ ຄຳແນະນຳ ກ່ຽວກັບບາງຄຳຖາມກ່ຽວກັບນະໂຍບາຍທາງດ້ານໂພຊະນາການທີ່ກ່ຽວຂ້ອງທັງໃນລະດັບຊາດ ແລະ ລະດັບທ້ອງຖິ່ນ ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ ໜ່ວຍງານວິເຄາະຂໍ້ມູນ ແລະ ນະໂຍບາຍຈັດບູລິມະສິດຂອງຄຳຖາມສຳລັບເຮັດການການວິເຄາະໃນປີ 2020.
ກອງປະຊຸມຄະນະຊີ້ນໍາລວມຂອງໂຄງການ NIPN
ກິດຈະກຳ | 23/09/2020
ຕິດຕໍ່ສອບຖາມ
ໜ່ວຍງານວິເຄາະຂໍ້ມູນ
ກົມນະໂຍບາຍເສດຖະກິດ ເເລະ ການເງິນ
ໂທລະສັບ: +856 21 254826
ອີເມລ: contact.cdrlaos@gmail.com


