ກອງປະຊຸມວິຊາການປະຈຳເດືອນຂອງໜ່ວຍງານວິເຄາະຂໍ້ມູນໄດ້ຈັດຂຶ້ນໃນວັນທີ 27 ກຸມພາ 2020 ທີ່ຜ່ານມາ ທີ່ຫ້ອງປະຊຸມກະຊວງແຜນການ ແລະ ການລົງທຶນ. ໂດຍການ ເຂົ້າຮ່ວມຂອງບັນດາຂະແໜງການທີ່ກ່ຽວຂອງ ເພື່ອເປັນການທົບທວນຄືນຜົນຂອງການ ຈັດຕັ້ງປະຕິບັດກິດຈະກຳໃນປີທີ່ຜ່ານມາ ແລະ ປຶກສາຫາລືແຜນການຈັດຕັ້ງປະຕິບັດໃນປີ 2020
ກອງປະຊຸມດັງກ່າວໃຫ້ກຽດເປັນປະທານໂດຍທ່ານ ປອ ສິດທິລົດ ຣາຊະພົນ, ຫົວໜ້າສູນ ຄົ້ນຄວ້ານະໂຍບາຍການພັດທະນາ ກະຊວງແຜນການແລະການລົງທຶນ. ເຊິ່ງເປັນຫ້ອງການ ປະຈຳຂອງໜ່ວຍງານວິເຄາະຂໍ້ມູນ. ກອງປະຊຸມດັ່ງກ່າວເເມ່ນມີການປະກອບຄຳຄິດຄຳ ເຫັນຢ່າງກົງໄປກົງມາຈາກບັນດາສະມາຊິກຂອງຄູ່ຮ່ວມງານທີ່ກ່ຽວຂ້ອງໂດຍສະເພາະແມ່ນ ກ່ຽວກັບແຜນບູລິມະສິດໃນກາ່ນຈັດຕັ້ງປະຕິບັດກິດຈະກຳໃນປີ 2020ນີ້. ໃນຕອນບ່າຍຂອງ ວັນດຽວກັນນັ້ນໜ່ວຍງານວິເຄາະຂໍ້ມູນໄດ້ຈັດການຝຶກອົບຮົມທາງດ້ານວິຊາການທີ່ກ່ຽວ ຂ້ອງກັບການນຳໃຊ້ສະຖິຕິຂັ້ນສູງເຂົ້າໃນການວິເຄາະ ເຊິ່ງກິດຈະກຳດັ່ງກ່າວນີ້ແມ່ນເປັນ ສ່ວນໜຶ່ງໃນການສ້າງຄວາມອາດສາມາດພາຍໃນຂອງໂຄງການສ້າງຖານຂໍ້ມູນແຫ່ງຊາດ ດ້ານໂພຊະນາການ.