ກອງປະຊຸມປະຈຳໄຕມາດທີ 2 ປະຈຳປີ 2021

​ກ.ກ. 17, 2021

ກອງປະຊຸມປະຈຳໄຕມາດທີ 2 ປະຈຳປີ 2021 ຂອງໂຄງການສ້າງຕັ້ງຖານຂໍ້ມູນແຫ່ງຊາດດ້ານໂພຊະນາການ ໄດ້ຈັດຂຶ້ນໃນວັນທີ 16 ກໍລະກົດ 2021 ທີ່ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ປອ ສາຍຄຳ ວໍລະເດດ ວ່າການຫົວໜ້າສູນ ສວນສ, ສຄສຊ. ແລະ ທ່ານ ນາງ ມາຣຽມ ອັບດູ, ຫົວໜ້າພະເເນກ ຕິດຕາມ ແລະ ປະເມີນຜົນ ອົງການ ອຸຍນິເຊັບປະຈຳ ສປປ ລາວ. ກອງປະຊຸມດັ່ງກ່າວແມ່ນເຂົ້າຮ່ວມໂດຍສະມາຊິກຈາກທັງສອງໜ່ວຍງານຄື ໜ່ວຍງານວິເຄາະນະໂຍບາຍ ແລະ ໜ່ວຍງານວິເຄາະຂໍ້ມູນ. ເຊິ່ງວັດຖຸປະສົງຫຼັກຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອລາຍງານຜົນການຈັດຕັ້ງປະຕິບັດກິດ ຈະກຳໃນໄຕມາດທີ່ຜ່ານມາເປັນຕົ້ນແມ່ນ ຜົນສຳເລັດ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້. ນອກຈາກນີ້ກອງປະຊຸມຍັງໄດ້ນຳສະເໜີແຜນກິດຈະກຳສຳລັບໄຕມາດຕໍ່ໄປ ແລະ ມີການສົນທະນາກ່ຽວກັບໂຄງຮ່າງບົດຄົ້ນຄວ້າທາງດ້ານຄຸນນະພາບ ທີ່ຈະກຳເນີນການຈັດຕັ້ງປະຕິບັດໃນ ໄຕມາດຖັດໄປ.