15 ກັນຍາ 2020
ໃນວັນທີ 15 ກັນຍາ 2020 ທີ່ຜ່ານມາ, ທີ່ກະຊວງແຜນການແລະການລົງທຶນ ໄດ້ມີການຈັດກອງປະຊຸມປະຈຳໄຕມາດຂໍຶ້ນ ທີ່ຫ້ອງປະຊຸມຂອງກະຊວງແຜນການ ແລະການລົງທຶນ. ກອງປະຊຸມດັ່ງກ່າວໃຫ້ກຽດເປັນປະທານ ໂດຍ ທ່ານ ນາງ ສີສົມບູນ ອຸນາວົງ ຫົວໜ້າກົມຮ່ວມມືສາກົນ, ກະຊວງແຜນການ ແລະ ການລົງທຶນ, ພ້ອມດຽວກັນນັ້ນຍັງມີທ່ານຜູ້ຕາງໜ້າຈາກ ສະຫະພາບເອີລົບ ແລະ ອົງການອຸຍນິເຊັບ ປະຈຳ ສ ປປລາວ ແລະ ແຂກທີ່ຖືກເຊີນຈາກໜ່ວຍງານວິເຄາະຂໍ້ມູນ ແລະ ໜ່ວຍງານວິເຄາະນະໂຍບາຍ. ສຳລັບວັດຖຸປະສົງຫຼັກຂອງກອງປະຊຸມດັ່ງກ່າວແມ່ນເພື່ອເປັນການລາຍງານ, ທົບທວນຄືນຜົນການຈັດຕັ້ງປະຕິບັດກິດຈະກຳໃນໄຕມາດ ທີສາມ ແລະວາງແຜນການຈັດຕັ້ງປະຕິບັດໃນໄຕມາດຕໍ່ໄປ.