> ກິດຈະກຳໃໝ່, ຂ່າວການເຄື່ອນໄຫວ > ກອງປະຊຸມປະຈຳໄຕມາດທີ 3 ປະຈຳປີ 2025 ໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ
ກອງປະຊຸມປະຈຳໄຕມາດທີ 3 ປະຈຳປີ 2025 ໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ
ກິດຈະກຳໃໝ່, ຂ່າວການເຄື່ອນໄຫວ | 20/10/2025

ວຽງຈັນ, 17 ຕຸລາ 2025 – ໜ່ວຍງານວິເຄາະຂໍ້ມູນ (Data Analysis Unit – DAU) ໄດ້ຈັດກອງປະຊຸມປະຈຳໄຕມາດທີ 3 ຂອງປີ 2025 ຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມກະຊວງການເງິນ. ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານໂດຍ ທ່ານ ປອ ສິດທິຣົດ ຣາຊະພົນ, ຫົວໜ້າກົມນະໂຍບາຍເສດຖະກິດ ແລະ ການເງິນ, ກະຊວງການເງິນ, ທັງເປັນຫົວໜ້າໜ່ວຍງານວິເຄາະຂໍ້ມູນ ໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (National Information Platform for Nutrition – NIPN).

ກອງປະຊຸມຄັ້ງນີ້ ມີການເຂົ້າຮ່ວມຈາກບັນດາສະມາຊິກຂອງໜ່ວຍງານວິເຄາະຂໍ້ມູນ (DAU), ໜ່ວຍງານວິເຄາະນະໂຍບາຍ (Policy Analysis Unit – PAU), ພ້ອມດ້ວຍຜູ້ຕາງໜ້າຈາກອົງການອຸຍນີເຊັບ (UNICEF).

ວັດຖຸປະສົງຫຼັກ ຂອງກອງປະຊຸມແມ່ນເພື່ອເປັນການສະຫຼຸບ ແລະ ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ NIPN ຂອງທັງສອງໜ່ວຍງານ ປະຈຳໄຕມາດທີ 3 ຂອງປີ 2025, ລວມທັງສິ່ງທ້າທາຍ, ບົດຮຽນທີ່ຖອດຖອນໄດ້, ແລະ ປຶກສາຫາລືແຜນກິດຈະກຳບູລິມະສິດທີ່ຈະຈັດຕັ້ງປະຕິບັດໃນໄຕມາດທີ 4 ຂອງປີ 2025.

ເນື້ອໃນສຳຄັນຂອງວາລະກອງປະຊຸມ ໄດ້ປະກອບມີຫຼາຍຫົວຂໍ້ ເຊັ່ນ:

  1. ການລາຍງານຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດວຽກງານຂອງໜ່ວຍງານ DAU ແລະ PAU ປະຈຳໄຕມາດທີ 3.
  2. ການນຳສະເໜີວຽກງານບູລິມະສິດປະຈຳໄຕມາດທີ 4 ເພື່ອກະກຽມຄວາມພ້ອມໃຫ້ແກ່ໄຕມາດສຸດທ້າຍຂອງປີ, ພ້ອມທັງການກຳນົດວຽກງານຈຸດສຸມທີ່ສຳຄັນ.
  3. ປຶກສາຫາລືກ່ຽວກັບການປັບປຸງໜັງສືຂໍ້ຕົກລົງໂຄງການ NIPN ທັງໃນຂັ້ນສູນກາງ ແລະ ຂັ້ນແຂວງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໂຄງການ.
  4. ລາຍງານກ່ຽວກັບການກະກຽມກອງປະຊຸມຊີ້ນຳລວມໂຄງການ ແລະ ແນວທາງການຝຶກອົບຮົມສຳລັບຂັ້ນສູນກາງ ແລະ ທ້ອງຖິ່ນ.
  5. ລາຍງານຄວາມຄືບໜ້າແຜນຄວາມຍືນຍົງຂອງໂຄງການ NIPN ເຊິ່ງມີແຜນຈະໃຫ້ການຮັບຮອງໃນກອງປະຊຸມຄະນະຊີ້ນຳລວມໂຄງການ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໂຄງການຫຼັງປີ 2025.
  6. ນຳສະເໜີຫົວຂໍ້ຄົ້ນຄວ້າສຳລັບປີ 2025 ຂອງໜ່ວຍງານ DAU ແລະ PAU ເຊິ່ງໄດ້ອະທິບາຍເພີ່ມຕື່ມກ່ຽວກັບວັດຖຸປະສົງ, ຂໍ້ມູນທີ່ນຳໃຊ້, ວິທີວິທະຍາ, ລວມທັງຄາດໝາຍຜົນໄດ້ຮັບ.
  7. ຄວາມຄືບໜ້າຂອງຂະບວນການຮ່າງ NPAN (ແຜນປະຕິບັດການດ້ານໂພຊະນາການແຫ່ງຊາດ).

ກອງປະຊຸມດັ່ງກ່າວ ໄດ້ດຳເນີນໄປດ້ວຍບັນຍາກາດແລກປ່ຽນຄຳຄິດຄຳເຫັນຢ່າງສ້າງສັນ ແລະ ເປັນເອກະພາບກັນໃນຫຼາຍບັນຫາ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດໂຄງການ NIPN ສືບຕໍ່ມີຄວາມຄືບໜ້າ ແລະ ບັນລຸເປົ້າໝາຍທີ່ວາງໄວ້ ໂດຍສະເພາະໃນໄຕມາດສຸດທ້າຍຂອງປີ 2025 ແລະ ກ້າວໄປເຖິງການກະກຽມຄວາມຍືນຍົງຂອງໂຄງການໃນໄລຍະຕໍ່ໄປ.

ຕິດຕໍ່ສອບຖາມ

ໜ່ວຍງານວິເຄາະຂໍ້ມູນ
ກົມນະໂຍບາຍເສດຖະກິດ ເເລະ ການເງິນ

ໂທລະສັບ: +856 21 254826
ອີເມລ: contact.cdrlaos@gmail.com

ຂ່າວທີ່ກ່ຽວຂ້ອງ