ກອງປະຊຸມປະຈຳໄຕມາດທີ 3 ປະຈຳປີ 2021

​ພ.ຈ. 11, 2021

ກອງປະຊຸມປະຈຳໄຕມາດທີ 3 ປະຈຳປີ 2021 ຂອງໂຄງການສ້າງຕັ້ງຖານຂໍ້ມູນແຫ່ງຊາດດ້ານໂພຊະນາການ ໄດ້ຈັດຂຶ້ນໃນວັນທີ 9 ພະຈິກ 2021 ທີ່ສູນຄົ້ນຄວ້ານະໂຍບາຍການພັດທະນາ, ກຜທ ລວມທັງການເຂົ້າຮ່ວມແບບອອນໄລນ໌ຂອງຜູ້ເຂົ້າຮ່ວມຈາກຂະເເໜງການຕ່າງໆຈຳນວນໜຶ່ງ ກອງປະຊຸມໃນຄັ້ງນີ້ໃຫ້ກຽດເປັນປະທານໂດຍທ່ານ ທ່ານ ນາງ ສີສະຫວັນ ດີດາຣາວົງ ຮອງຫົວໜ້າສູນຄົ້ນຄວ້ານະໂຍບາຍການພັດທະນາ ພ້ອມດ້ວຍປະທານຮ່ວມ ຂອງທ່ານ ວັດທະນາ ອັດຕະນາພອນ ຕາໜ້າຈາກອົງການສະຫະພາບເອີລົບປະຈຳລາວ, ແລະ ທ່ານ ນາງ ມາຣຽມ ອັບດູ, ຫົວໜ້າພະເເນກ ຕິດຕາມ ແລະ ປະເມີນຜົນ ອົງການ ອຸຍນິເຊັບປະຈຳ ສປປ ລາວ. ກອງປະຊຸມດັ່ງກ່າວແມ່ນເຂົ້າຮ່ວມໂດຍສະມາຊິກຈາກທັງສອງໜ່ວຍງານຄື ໜ່ວຍງານວິເຄາະຂໍ້ມູນ ແລະ ໜ່ວຍງານວິເຄາະນະໂຍບາຍ . ເຊິ່ງວັດຖຸປະສົງຫຼັກຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອລາຍງານຜົນການຈັດຕັ້ງປະຕິບັດກິດ ຈະກຳໃນໄຕມາດທີສາມທີ່ຜ່ານມາເປັນຕົ້ນແມ່ນ ຜົນສຳເລັດ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້. ນອກຈາກນີ້ກອງປະຊຸມຍັງໄດ້ນຳສະເໜີ ແລະ ຕົກລົງເອົາບັນດາແຜນກິດຈະກຳສຳລັບໄຕມາດຕໍ່ໄປ(ໄຕມາດທີ 4). ນອກຈາກນີ້ກອງປະຊຸມຍັງໄດ້ຮັບຟັງການນຳສະເໜີ ກ່ຽວກັບການກະກຽມກິດຈະກຳສຳລັບກີິດຈະກຳຂອງໂຄງການຖານຂໍ້ມູນແຫ່ງຊາດດ້ານໂພສະນາການໃນໄລຍະທີ 1 ຕໍ່ໃສ່ໄລຍະທີ 2 ເຊິ່ງໃຫ້ກຽດນຳສະເໜີໂດຍ ທ່ານ ພອສເພີ ດາກູຣາ, ຊ່ຽວຊານ ຈາກອົງການ ອຸຍນິເຊັບປະຈຳ ສປປ ລາວ