ກອງປະຊຸມປະຈຳໄຕມາດທຳອິດຂອງ ປີ 2022 ໄດ້ຈັດຂຶ້ນໃນວັນທີ 2 ມິຖຸນາ 2022 ທີ່ໂຮງແຮມອາມາຣີ, ເມືອງວັງວຽງ, ແຂວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ທ່ານ ດຣ.ສິດທິຣົດ ຣາຊະພົນ, ຫົວໜ້າສະຖາບັນຄົ້ນຄວ້າ ວິໄຈ ການພັດທະນາ, ທ່ານ ອູ່ສະຫວັນ ທ່ຽງເທບວົງສາ, ຫົວໜ້າສະຖາບັນຄົ້ນຄວ້າ ນະໂຍບາຍເສດຖະກິດ ສັງຄົມ ແລະ ທ່ານ ວັດທະນາ ອັດຕະນາພອນ, ຜູ້ຈັດການໂຄງການ ຕາງໜ້າຈາກ ສະຫະພາບເອີລົບ. ກອງປະຊຸມໄດ້ມີການເຂົ້າຮ່ວມໂດຍສະມາຊິກຂອງຫນ່ວຍງານວິເຄາະຂໍ້ມູນແລະນະໂຍບາຍ. ຈຸດປະສົງຕົ້ນຕໍຂອງກອງປະຊຸມແມ່ນເພື່ອລາຍງານການຈັດຕັ້ງປະຕິບັດກິດຈະກຳໃນ 2 ໄຕມາດທຳອິດຂອງປີ 2022, ແລະ ສະຫຼຸບບັນດາຜົນສຳເລັດ, ສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້. ກອງປະຊຸມຍັງໄດ້ສະເໜີ ແລະ ເຫັນດີເປັນເອກະພາບຕໍ່ທິດທາງແຜນການຈັດຕັ້ງປະຕິບັດກິດຈະກຳໃນຕໍ່ໜ້າຂອງທັງສອງໜ່ວຍງານ ພ້ອມທັງປຶກສາຫາລືການກະກຽມການຈັດຕັ້ງປະຕິບັດໂຄງການໃນໄລຍະທີ II.
ກອງປະຊຸມປະຈຳໄຕມາດທີ 1 ເເລະ 2 ປີ 2022
News Update | 05/06/2022
Media enquiries
NIPN Data analysis unit
Development Reaseach Institute
Mob: +856 20 555555555
Email: info@nipn.lsb.gov.la