ກອງ​ປະຊຸມ​ປະຈຳ​ໄຕ​ມາດ​ທີ 2 ປີ 2022

ສ.ຫ. 24, 2022

ກອງ​ປະຊຸມ​ປະຈຳ​ໄຕ​ມາດ​ທີ 2 ຂອງ ປີ 2022 ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ສິງຫາ 2022 ທີ່ຫ້ອງປະຊຸມກະຊວງແຜນການແລະການລົງທຶນ, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ສີສົມບູນ ອຸນາວົງ, ຫົວໜ້າກົມຮ່ວມມືສາກົນ, ກະຊວງເເຜນການ ເເລະ ການລົງທຶນ, ທ່ານ ວັດທະນາ ອາດຕະນາພອນ, ຕົວເເທນຈາກສະຫະພາບເອີລົບປະຈຳ ສປປ ລາວ, ແລະ ທ່ານ ນາງ ມາຣຽມ ອັບດູ ຕົວເເທນຈາກອົງການສະຫະປະຊາຊາດສຳລັບເດັກ (UNICEF),  ກອງ​ປະ​ຊຸມດັ່ງກ່າວຍັງເຂົ້າຮ່ວມໂດຍບັນດາ​ສະ​ມາ​ຊິກ​ຂອງ​ຫນ່ວຍ​ງານ​ວິ​ເຄາະ​ຂໍ້​ມູນ​ແລະ​ນະ​ໂຍ​ບາຍ​. ເຊິ່ງຈຸດປະສົງ​ຕົ້ນຕໍ​ຂອງ​ກອງ​ປະຊຸມ​ແມ່ນ​ເພື່ອ​ລາຍ​ງານ​ການຈັດ​ຕັ້ງ​ປະຕິບັດກິດຈະກຳໃນ​ໄຕ​ມາດ​ທີ 2 ຂອງ​ປີ 2022, ​ແລະ ​ສະຫຼຸບບັນດາ​ຜົນສຳ​ເລັດ, ສິ່ງທ້າທາຍ ​ແລະ ບົດຮຽນ​ທີ່​ຖອດຖອນໄດ້. ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ຮັບຟັງການລາຍງານຜົນຂອງການປະເມີນເບື້ອງຕົ້ນຂອງການຈັດຕັ້ງປະຕິບັດໂຄງການໄລຍະທີ 1 ພ້ອມທັງການປຶກສາຫາລືການປັບປຸງໂຄງຮ່າງການຈັດຕັ້ງຂອງໂຄງການເພື່ອກະກຽມໃຫ້ເເກ່ກ່ານຈັດຕັ້ງປະຕິບັດໂຄງການໃນໄລຍະທີ 2