ກອງ​ປະຊຸມ​ປະຈຳ​ໄຕ​ມາດ​ທີ 4 ປະຈຳປີ 2022

ທ.ວ. 25, 2022

ກອງ​ປະຊຸມ​ປະຈຳ​ໄຕ​ມາດ​ທີ 4 ປະຈຳປີ 2022 ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ທັນວາ 2022 ທີ່​ຫ້ອງ​ປະຊຸມ ຂອງສະຖາບັນເສດຖະກິດເເລະສັງຄົມແຫ່ງຊາດ , ໂດຍ​ການ​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ​ນາງ ສີ​ສົມບູນ ​ອຸ​ນຸ​ວົງ, ຫົວໜ້າ​ກົມ​ຮ່ວມ​ມື​ສາກົນ, ກະຊວງ​ແຜນການ ​ແລະ ການ​ລົງທຶນ, ທ່ານ ວັດທະນາ ອາດຕະນາພອນ, ຜູ້ຈັດການໂຄງການ, ຕາງໜ້າໃຫ້ສະຫະພາບເອີຣົບປະຈຳ ສປປ ລາວ ແລະ ທ່ານ ນາງ ເຈນເນເກ ບລູມເບີກ ຕາງໜ້າອົງການ UNICEF ປະຈຳ ສປປ ລາວ. ກອງ​ປະຊຸມ​ດັ່ງກ່າວ​ມີ​ບັນດາ​ສະມາຊິກ​ຂອງ​ໜ່ວຍ​ງານ​ວິ​ເຄາະ​ນະ​ໂຍບາຍ ​ແລະ ຂໍ້​ມູນ​ເຂົ້າ​ຮ່ວມຢ່າງພ້ອມພຽງ. ຈຸດປະສົງຫຼັກຂອງກອງປະຊຸມໃນເທື່ອນີ້ແມ່ນເພື່ອລາຍງານການຈັດຕັ້ງປະຕິບັດ 2 ໄຕມາດສຸດທ້າຍຂອງປີ 2022 ແລະ ນຳສະເຫນີຜົນສຳເລັດທີ່ສຳຄັນ, ສິ່ງທ້າທາຍ, ບົດຮຽນທີ່ຖອດຖອນໄດ້ ແລະ ແຜນການເຄື່ອນໄຫວວຽກງານໃນໄຕມາດທີ 1 ຂອງປີ 2023. ກອງປະຊຸມຍັງໄດ້ຮັບຟັງການນຳສະເໜີຜົນການຄົ້ນຄວ້າຈາກໜ່ວຍງານວິເຄາະນະໂຍບາຍອີກດ້ວຍ.

Related posts