ກອງປະຊຸມປະຈຳໄຕມາດທີ 2 ປະຈຳປີ 2023 ໄດ້ຈັດຂຶ້ນໂດຍໜ່ວຍງານວິເຄາະນະໂຍບາຍໃນວັນທີ 31 ຕຸລາ 2023 ທີ່ຫ້ອງປະຊຸມ ຂອງສະຖາບັນວິທະຍາສາດເສດຖະກິດ ເເລະ ສັງຄົມເເຫ່ງຊາດ, ກອງປະຊຸມດັ່ງກ່າວໃຫ້ກຽດເປັນປະທານຮ່ວມຂອງທ່ານ ອູ່ສະຫວັນ ທ່ຽງເທບວົງສາ, ຫົວໜ້າສະຖາບັນ ຄົ້ນຄວ້ານະໂຍບາຍເສດຖະກິດສັງຄົມ, ສະຖາບັນວິທະຍາສາດ ເສດຖະກິດ ເເລະ ສັງຄົມແຫ່ງຊາດ, ທ່ານ ດຣ.ສິດທິຣົດ ຣາຊະພົນ ຫົວໜ້າສະຖາບັນຄົ້ນຄວ້າວິໄຈການພັດທະນາ, ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ນາງ ເຈເນກາ ບຼູມເບີກ ຕາງໜ້າອົງການ UNICEF ປະຈຳ ສປປ ລາວ. ເຊິ່ງກອງປະຊຸມດັ່ງກ່າວມີບັນດາສະມາຊິກຂອງໜ່ວຍງານວິເຄາະນະໂຍບາຍ ແລະ ໜ່ວຍງານວິເຄາະຂໍ້ມູນເຂົ້າຮ່ວມ. ວັດຖຸປະສົງຫຼັກຂອງກອງປະຊຸມແມ່ນເພື່ອເປັນການສະຫຼຸບ, ລາຍງານການຈັດຕັ້ງປະຕິບັດກິດຈະກຳທັງໝົດ 3 ໄຕມາດສຸດທ້າຍຂອງປີ 2023 (ໄຕມາດທີ 1 ຫາ ໄຕມາດທີ 3) ແລະ ສົນທະນາສິ່ງທ້າທາຍ, ບົດຮຽນທີ່ຖອດຖອນໄດ້ ພ້ອມດຽວກັນນີ້ຍັງໄດ້ມີການນຳສະເໜີ ແຜນການເຄື່ອນໄຫວວຽກງານ ໄຕມາດສຸດທ້າຍຂອງປີ 2023 ຂອງທັງສອງໜ່ວຍງານ ພ້ອມດຽວກັນນີິ້ ກອງປະຊຸມຍັງໄດ້ສະເໜີຮ່າງ ແຜນວຽກປີ 2024/2025, ແຜນຄວາມຍືນຍົງຂອງໂຄງການ NIPN ພ້ອມທັງຮ່າງຫົວຂໍ້ຄົ້ນຄ້ວາປະຈຳປີ 2023 ຈາກທັງສອງໜ່ວຍງານ ເພື່ອເປັນການປຶກສາຫາລືກະກຽມການສ້າງບົດຄົ້ນຄວ້າປະຈຳປີ.
ກອງປະຊຸມ ເຜີຍແຜ່ຜົນການຄົ້ນຄວ້າຂອງໂຄງການ NIPN ທີ່ເເຂວງສາລະວັນ
ກອງປະຊຸມ ເຜີຍແຜ່ຜົນການຄົ້ນຄວ້າຂອງໂຄງການ NIPN...