ກອງປະຊຸມປະຈໍາສອງເດືອນຂອງໜ່ວຍງານວິເຄາະນະໂຍບາຍ

ມ.ສ. 7, 2022

ໃນວັນທີ 29 ມີນາ 2022 ທີ່ຫ້ອງປະຊຸມຂອງຕຶກເສດຖະກິດ, ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດສັງຄົມ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມເເຫ່ງຊາດ. ໜ່ວຍງານວິເຄາະນະໂຍບາຍ ໄດ້ຈັດກອງປະຊຸມວິຊາການປະຈໍາສອງເດືອນຂຶ້ນ ພາຍໃຕ້ການເປັນປະທານຂອງທ່ານ ປອ ສາຍຄໍາ ວໍລະເດດ ວ່າການຫົວໜ້າຫ້ອງການຄຸ້ມຄອງວິທະຍາສາດ, (ສວສສຊ)

ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນ ເພື່ອທົບທວນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາມ ທົບທວນບັນດາສິ່ງທ້າທາຍ ແລະ ຂໍ້ສະດວກໃນການຈັດຕັ້ງປະຕິບັດກິດຈະກຳໃນໄລຍະ ໄຕມາດທີ 1 ທີ່ຜ່ານມາ, ພ້ອມດຽວກັນນັ້ນຍັງມີການນຳສະເໜີ ບົດຄົ້ນຄວ້າທາງນະຄຸນນະພາບ ຈາກ 4 ເເຂວງ ເພື່ອກະກຽມນຳໄປເຜີຍແຜ່ ໃນກອງປະຊຸມ ເຜີຍເເຜ່ປະຈຳປີຂອງໂຄງການສ້າງຖານຂໍ້ມູນແຫ່ງຊາດດ້ານໂພຊະນາການຄັ້ງທີ 3. ກອງປະຊຸມດັ່ງກ່າວເເມ່ນມີຜູ້ເຂົ້າຮ່ວມຈາກສະມາຊິກຂອງໜ່ວຍງານວິເຄາະຂໍ້ມູນ ແລະ ຂະເເໜງການຕ່າງໆທີ່ກ່ຽວຂ້ອງ.

Related posts