ກອງປະຊຸມປຶກສາຫາລືການແກ້ໄຂໜ້າຫຼັກເວັບໄຊໂຄງການ NIPN

ພ.ພ. 6, 2025

ໃນວັນທີ 30 ເມສາ 2025 ທີ່ຜ່ານມາ, ກອງປະຊຸມປຶກສາຫາລືການແກ້ໄຂໜ້າຫຼັກເວັບໄຊໂຄງການ NIPN ໄດ້ຈັດຂຶ້ນທີ່ກະຊວງແຜນການ ແລະ ການລົງທຶນ. ກອງປະຊຸມດັ່ງກ່າວ, ໄດ້ຮັບກຽດເປັນປະທານໂດຍທ່ານ ວຽງຄອນ ບົວພະຈັນ, ຮອງຫົວໜ້າສະຖາບັນຄົ້ນຄວ້າວິໄຈການພັດທະນາ ເເລະ ສູນຝຶກອົບຮົມ, ກະຊວງແຜນການ ເເລະ ການລົງທຶນ, ໄກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນເປັນເວລາເຄິ່ງມື້ ແລະ ມີຕົວແທນຈາກຂະແໜງການທີ່ກ່ຽວຂ້ອງ ແລະຜູ້ຕາງໜ້າຈາກອົງການ UNICEF ເຂົ້າຮ່ວມເພື່ອປຶກສາຫາລືກ່ຽວກັບການປັບປຸງເວັບໄຊຂອງໂຄງການ NIPN.

ການສົນທະນາໄດ້ເນັ້ນໜັກໃສ່ການກຳນົດຕົວຊີ້ວັດ, ກົນໄກການແລກປ່ຽນຂໍ້ມູນ, ໂຄງສ້າງເວັບໄຊທ໌, ແລະ ການອອກແບບທີ່ເປັນມິດກັບຜູ້ນຳໃຊ້. ຜູ້ຕາງໜ້າຈາກຂະແໜງການຕ່າງໆໄດ້ໃຫ້ຄຳເຫັນທີ່ມີປະໂຫຍກ, ລວມທັງສະເໜີຄວາມຕ້ອງການດ້ານການປະສານງານຂໍ້ມູນທີ່ມີກົນໄກຈະແຈ້ງ, ການຈັດລະບົບຖານຂໍ້ມູນໂດຍອີງຕາມຂະແໜງ, ແລະ ການເຂົ້າເຖິງຂອງຜູ້ນຳໃຊ້. ນອກຈາກນີ້, ກອງປະຊຸມຍັງໄດ້ມີການສະເໜີການໂອນຖ່າຍດ້ານການບຳລຸງຮັກສາດ້ານວິຊາການໄປຍັງ ສູນສະຖິຕິແຫ່ງຊາດ, ໂດຍ ສະຖາບັນຄົ້ນຄວ້າວິໄຈການພັດທະນາ ເເລະ ສູນຝຶກອົບຮົມ ຈະສືບຕໍ່ປະສານງານທາງດ້ານເນື້ອໃນໂດຍການຮ່ວມມືກັບຂະແໜງການຕ່າງໆທີ່ກ່ຽວຂ້ອງ.

ກອງປະຊຸມໄດ້ສິ້ນສຸດລົງດ້ວຍການຕົກລົງກ່ຽວກັບຂັ້ນຕອນໃນການຈັດຕັ້ງປະຕິບັດໃນຂັ້ນຕໍ່ໄປ: ເຊິ່ງທຸກຂະແໜງການຈະໃຫ້ການໃຫ້ຮ່ວມມືກັບສະຖາບັນຄົ້ນຄວ້າວິໄຈການພັດທະນາ ເເລະ ສູນຝຶກອົບຮົມ ໃນດ້ານເນື້ອໃນ ແລະ ຄຳແນະນຳຕ່າງໆໃນການປັບປຸງໜ້າຫຼັກຂອງເວັບໄຊ໊; ພ້ອມດຽວກັນນີ້ຍັງຈະມີການສົນທະນາຕື່ມອີກກ່ຽວກັບກາພັດທະນາການອອກແບບໃໝ່, ແລະ ແນວທາງໃນການຄຸ້ມຄອງ, ຍຸດທະສາດດ້ານຄ່າໃຊ້ຈ່າຍ ແລະ ຄວາມຍືນຍົງໃນໄລຍະຍາວ ແລະ ອື່ນໆ.

Related posts