> ກິດຈະກຳ, ຂ່າວການເຄື່ອນໄຫວ, ສະຫວັນນະເຂດ > ກອງປະຊຸມປຶກສາຫາລືວຽກງານ NIPN ທີ່ເເຂວງສະຫວັນນະເຂດ
ກອງປະຊຸມປຶກສາຫາລືວຽກງານ NIPN ທີ່ເເຂວງສະຫວັນນະເຂດ
ກິດຈະກຳ, ຂ່າວການເຄື່ອນໄຫວ, ສະຫວັນນະເຂດ | ສິງຫາ 4, 2025

ໃນວັນທີ 18 ກໍລະກົດ 2025, ພະແນກແຜນການ ແລະ ການລົງທຶນ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນແຂວງ ເພື່ອວາງແຜນວຽກງານຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN) ຢູ່ທີ່ຫ້ອງປະຊຸມຂອງພະແນກ, ໂດຍການເປັນປະທານໂດຍ ທ່ານ ແກ້ວປະເສີດ ສຸຣິນພູມີ, ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ. ກອງປະຊຸມໃນຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 31 ທ່ານ ຈາກບັນດາຂະແໜງການທີ່ກ່ຽວຂ້ອງ ລວມມີ ຂະແໜງສາທາ, ສຶກສາ, ແລະ ກະສິກຳ. ຕາງໜ້າຈາກອົງການທີ່ເປັນຄູ່ຮ່ວມພັດທະນາ ເຊັ່ນ: ອົງການ CRS, JSI, ແລະ ອົງການພັດທະນາຊຸມຊົນ (CoDA) ລວມທັງອົງການ UNICEF ກໍໄດ້ເຂົ້າຮ່ວມໃນທີ່ປະຊຸມ. ນອກຈາກນີ້, ຜູ້ຕາງໜ້າໜ່ວຍງານ NIPN ຈາກຂັ້ນສູນກາງ ລວມມີ ໜ່ວຍງານວິເຄາະຂໍ້ມູນ ແລະ ໜ່ວຍງານວິເຄາະນະໂຍບາຍ ກໍໄດ້ເຂົ້າຮ່ວມຜ່ານທາງອອນໄລນ໌ ເພື່ອໃຫ້ການສະໜັບສະໜູນ ແລະ ຕິດຕາມການຈັດຕັ້ງປະຕິບັດກອງປະຊຸມຄັ້ງນີ້

ຈຸດປະສົງຫຼັກຂອງການປະຊຸມແມ່ນ:

  1. ເພື່ອທົບທວນ ແລະ ຕົກລົງຮ່ວມກັນເຖິງຊຸດຂໍ້ມູນຕົວຊີ້ວັດທີ່ກ່ຽວຂ້ອງກັບພະໂພຊະນາການ (ທັງທາງກົງ ແລະ ທາງອ້ອມ) ຈາກທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອລາຍງານ ແລະ ອັບໂຫຼດລົງເວັບໄຊ໌ຂອງ NIPN ຢ່າງເປັນປົກກະຕິ.
  2. ເພື່ອປຶກສາຫາລື ແລະ ຮ່າງແຜນການຈັດຕັ້ງປະຕິບັດບັນດາກິດຈະກຳ ຂອງແຂວງ ສຳລັບ 3 ໄຕມາດທີ່ຍັງເຫຼືອ ກໍຄື: ໄຕມາດ 3 ແລະ 4 ຂອງປີ 2025 ແລະ ໄຕມາດ 1 ຂອງປີ 2026.

ນອກຈາກ 2 ຈຸດປະສົງຫຼັກຂອງກອງປະຊຸມ, ໃນການສົນທະນາ ຜູ້ເຂົ້າຮ່ວມທຸກຄົນຍັງມີຄວາມເອົາໃຈໃສ່ ແລະ ພ້ອມພຽງກັນປະກອບຄຳຄິດເຫັນຢ່າງຫ້າວຫັນ. ບັນດາຜູ້ເຂົ້າຮ່ວມຍັງໄດ້ເນັ້ນໜັກໃສ່ຄວາມສຳຄັນຂອງການມີຂໍ້ມູນໂພຊະນາການທີ່ມີຄຸນະພາບສູງ ແລະ ມີປະສິດທິພາບ ທີ່ສາມາດສະໜັບສະໜູນການສ້າງນະໂຍບາຍ ແລະ ບົ່ງບອກໃຫ້ເຫັນເຖິງສະພາບໂພຊະການພາຍໃນແຂວງ. ການສົນທະນາຍັງໄດ້ຍົກເອົາປະເດັນຄວາມຍືນຍົງຂອງວຽກງຽນ NIPN, ສົນທະນາແລກປ່ຽນເຖິງຄວາມເປັນໄປໄດ້ທີ່ຈະເຮັດໃຫ້ວຽກງານນີ້ສາມາດສືບຕໍ່ພາຍຫຼັງຈົບໂຄງການ. ສິ່ງນີ້ສະແດງໃຫ້ເຫັນຄວາມກະຄືລືລົ້ນ ໃນການປະກອບສ່ວນເຂົ້າໃນວຽກງານ NIPN  ແລະ ຄວາມພະຍາຍາມໃນການຫຼຸດຜ່ອນອັດຕາການຂາດສານອາຫານພາຍໃນແຂວງຂອງຕົນ.

ກອງປະຊຸມສິ້ນສຸດລົງໂດຍການຕົກລົງເຫັນດີກັນຄື ທາງດ້ານຜູ້ຕາງໜ້າຈາກພະແນກສາທາແຂວງ ສະເໜີໃຫ້ມີການເຜີຍແຜ່ ແລະ ການຝຶກອົບຮົມໃຫ້ພະນັກງານຂັ້ນແຂວງ ແລະ ຂັ້ນເມືອງ ກ່ຽວກັບການຄິດໄລ່ບັນດາຕົວຊີ້ວັດໂພຊະນາການເພື່ອເຮັດໃຫ້ຂໍ້ມູນມີຄວາມສອດຄ່ອງກັນໃນທົ່ວແຂວງ ກໍຄືທົ່ວປະເທດ. ຕາງໜ້າຈາກພະແນກສຶກສາແຂວງສະເໜີໃຫ້ມີການປັບຕົວຊີ້ວັດ NPAN ໃຫ້ມີຄວາມສອດຄ່ອງ ແລະ ຕອບໂຈດການແກ້ໄຂບັນຫາໂພຊະນາການຫຼາຍຂຶ້ນ. ສຸດທ້າຍ, ຮ່າງແຜນຈັດຕັ້ງປະຕິບັດກິດຈະກຳຂອງແຂວງ ຈະໄດ້ນຳໄປຜ່ານຂັ້ນສູນກາງ ແລະ ອົງການ UNICEF ເພື່ອພິຈາລະນາ ແລະ ອະນຸມັດບັນດາກິດຈະກຳ ກ່ອນທີ່ຈະເລີ່ມຈັດຕັ້ງປະຕິບັດ.

ຕິດຕໍ່ສອບຖາມ

ໜ່ວຍງານວິເຄາະຂໍ້ມູນ
ກົມນະໂຍບາຍເສດຖະກິດ ເເລະ ການເງິນ

ໂທລະສັບ: +856 21 254826
ອີເມລ: contact.cdrlaos@gmail.com

ຂ່າວທີ່ກ່ຽວຂ້ອງ