ໃນວັນທີ 25 ມິຖຸນາ 2025, ພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນແຂວງ ຢູ່ທີ່ຫ້ອງປະຊຸມຂອງພະແນກ, ໂດຍການເປັນປະທານໂດຍ ທ່ານ ສົມລິດ ລັດສະເກດ, ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ. ກອງປະຊຸມໃນຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 29 ທ່ານ ຈາກບັນດາຂະແໜງການທີ່ກ່ຽວຂ້ອງ ລວມເອົາ ຂະແໜງສາທາ, ສຶກສາ, ແລະ ກະສິກຳ; ພ້ອມທັງ ຜູ້ຕາງໜ້າຈາກຄູ່ຮ່ວມພັດທະນາເຂົ້າຮ່ວມໃນກອງປະຊຸມ ເປັນຕົ້ນແມ່ນ ອົງການອາຫານໂລກ (WFP), ອົງການ Plan, ແລະ GSI. ນອກຈາກນີ້, ຜູ້ຕາງໜ້າໜ່ວຍງານ NIPN ຈາກຂັ້ນສູນກາງ ແລະ ອົງການ UNICEF ກໍໄດ້ເຂົ້າຮ່ວມ ເພື່ອສະໜັບສະໜູນ ແລະ ຕິດຕາມການຈັດຕັ້ງປະຕິບັດກອງປະຊຸມຄັ້ງນີ້
ຈຸດປະສົງຫຼັກຂອງການປະຊຸມແມ່ນ:
- ເພື່ອທົບທວນ ແລະ ຕົກລົງຮ່ວມກັນເຖິງຊຸດຂໍ້ມູນຕົວຊີ້ວັດທີ່ກ່ຽວຂ້ອງກັບພະໂພຊະນາການ (ທັງທາງກົງ ແລະ ທາງອ້ອມ) ຈາກທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອລາຍງານ ແລະ ອັບໂຫຼດລົງເວັບໄຊ໌ຂອງ NIPN ຢ່າງເປັນປົກກະຕິ.
- ເພື່ອປຶກສາຫາລື ແລະ ຮ່າງແຜນການຈັດຕັ້ງປະຕິບັດບັນດາກິດຈະກຳ ຂອງແຂວງ ສຳລັບ 3 ໄຕມາດທີ່ຍັງເຫຼືອ ກໍຄື: ໄຕມາດ 3 ແລະ 4 ຂອງປີ 2025 ແລະ ໄຕມາດ 1 ຂອງປີ 2026.
ໃນການທີ່ປຶກສາຫາລື ບໍ່ພຽງແຕ່ສຸມໃສ່ 2 ຈຸດປະສົງຫຼັກຂອງກອງປະຊຸມເທົ່ານັ້ນ ແຕ່ຍັງໄດ້ເນັ້ນໃຫ້ເຫັນເຖິງຄວາມຍືນຍົງຂອງວຽກງານ NIPN ໂດຍການແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນ ຈາກແຕ່ລະພາກສ່ວນ ໃນການຈັດຕັ້ງປະຕິບັດໂຄງການອື່ນໆ.
ກອງປະຊຸມສິ້ນສຸດລົງໂດຍການຕົກລົງເຫັນດີກັນຄື ຈະມີການຕິດຕາມປະສານງານຢ່າງໃກ້ຊິດ ກັບຂະແໜງການທີ່ກ່ຽວຂ້ອງ ກ່ຽວກັບເອກະສານທີ່ລະບຸລາຍລະອຽດຂອງຕົວຊີ້ວັດຕ່າງໆ ລວມມີ ລາຍຊື່ຕົວຊີ້ວັດ, ນິຍາມຂອງຕົວຊີ້ວັດ, ວິທີການຄິດໄລ່ ແລະ ໄລຍະເວລາຂອງການເກັບກຳຂໍ້ມູນ, ແລະ ຂໍ້ມູນດັ່ງກ່າວນີ້ ຈະໄດ້ລາຍງານໃຫ້ພະແນກແຜນການ ແລະ ການລົງທຶນ. ສຸດທ້າຍ ພະແນກແຜນການ ແລະ ການລົງທຶນ ຈະໄດ້ລວບລວມເອົາບັນດາຄຳເຫັນຂອງແຕ່ລະພາກສ່ວນ ເພື່ອປັບປຸງ ແລະ ສຳເລັດການຮ່າງແຜນການການຈັດຕັ້ງປະຕິບັດກິດຈະກຳຂອງແຂວງ.


