ກອງປະຊຸມປຶກສາຫາລືກ່ຽວກັບແຜນຄວາມຍືນຍົງຂອງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN) ໄດ້ຈັດຂຶ້ນໃນວັນທີ 31 ກໍລະກົດ 2025, ໂດຍການເປັນປະທານຂອງ ທ່ານ ປອ ນາງ ແກ້ວວິວອນ ອຸດທະຈັກ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ). ກອງປະຊຸມແບບປະສົມ ເຂົ້າຮ່ວມຕົວຈິງ ແລະ ອອນໄລ໌, ມີຜູ້ເຂົ້າຮ່ວມ 85 ທ່ານ ໃນນັ້ນມີຜູ້ຕາງໜ້າຈາກຄະນະຜູ້ແທນ EU, ອົງການ UNICEF, ບັນດາກະຊວງຢູ່ຂັ້ນສູນກາງ, ອຳນາດການປົກຄອງຂັ້ນທ້ອງຖິ່ນທີ່ມາຈາກ 6 ແຂວງເປົ້າໝາຍ, ບັນດາຄູ່ຮ່ວມພັດທະນາ ແລະ ອົງການສະຫະປະຊາຊາດ. ກອງປະຊຸມດັ່ງກ່າວຈັດຂຶ້ນໂດຍ ສະຖາບັນຄົ້ນຄວ້າ ນະໂຍບາຍເສດຖະກິດ-ສັງຄົມ (ສຄນສ) ທີ່ຂຶ້ນກັບ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ), ໂດຍການຮ່ວມມືກັບ ໜ່ວຍງານວິເຄາະນະໂຍບາຍ (PAU) ແລະ ໜ່ວຍງານວິເຄາະຂໍ້ມູນ (DAU) ຂອງ NIPN, ແລະ UNICEF.
ທ່ານປະທານ ໄດ້ເນັ້ນເຖິງຄວາມສໍາຄັນຂອງ NIPN ໃນດ້ານການສ້າງຫຼັກຖານ ແລະ ການນໍາໃຊ້ຂອງຫຼັກຖານດັ່ງກ່າວໃນການວາງແຜນນະໂຍບາຍ. ທ່ານ ຍັງໄດ້ເນັ້ນຢໍ້າເຖິງຄວາມຈຳເປັນເພື່ອຈະຮັກສາ NIPN ຢູ່ພາຍໃຕ້ການນຳພາຂອງລັດຖະບານ ທີ່ມີບົດບາດ ແລະ ຄວາມຮັບຜິດຊອບຢ່າງຊັດເຈນ ໃນການປະສານງານຢ່າງໃກ້ຊິດກັບຄູ່ຮ່ວມພັດທະນາ.
ທ່ານປະທານຮ່ວມ ໄດ້ເນັ້ນວ່າຖານຂໍ້ມູນ NIPN ສະແດງໃຫ້ເຫັນເຖິງ ຄຸນຄ່າໃນການສົ່ງເສີມການນໍາໃຊ້ຂໍ້ມູນທີ່ມີຢູ່ສໍາລັບ ນະໂຍບາຍ ແລະ ການຕັດສິນໃຈ. ແຜນຄວາມຍືນຍົງຈະເປັນແນວທາງໃນການຈັດຕັ້ງປະຕິບັດສໍາລັບບັນດາກະຊວງທີ່ກ່ຽວຂ້ອງ ທີ່ຈະໄດ້ສືບຕໍ່ວຽກງານນີ້ພາຍຫຼັງສິ້ນສຸດການຊ່ວຍເຫຼືອຂອງຜູ້ໃຫ້ທຶນ. ເຖິງຢ່າງໃດກໍຕາມ, ການຮັບປະກັນປະສິດທິຜົນຂອງຖານຂໍ້ມູນຈະຂຶ້ນຢູ່ກັບ ພາລະບົດບາດ, ກົນໄກ, ການຈັດຕັ້ງຂອງອົງກອນ ທີ່ໄດ້ກໍານົດໄວ້ຢ່າງຊັດເຈນ, ໂດຍສະເພາະການພິຈາລະນາເຖິງການປັບໂຄງສ້າງຂອງລັດຖະບານທີ່ກໍາລັງດໍາເນີນການຢູ່. ຕະຫຼອດເຖິງບາດກ້າວໃນຕໍ່ໜ້າໃນການຈັດສັນຊັບພະຍາກອນທີ່ຈໍາເປັນ.
ການນໍາສະເໜີທີ່ສໍາຄັນດັ່ງຕໍ່ໄປນີ້:
- ຜົນສໍາເລັດຂອງໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN) ແລະ ການປະກອບສ່ວນໃນການຄຸ້ມຄອງວຽກງານໂພຊະນາການ, ນໍາສະເໜີໂດຍ ກະຊວງການເງິນ.
- ບົດຮຽນຂອງສາກົນກ່ຽວກັບຄວາມຍືນຍົງຂອງ ອູການດາ, ເອທິໂອເປຍ ແລະ ເນປານ, ນໍາສະເໜີໂດຍ GiZ / ໜ່ວຍງານສ້າງຄວາມອາດສາມາດສໍາລັບໂພຊະນາການ (C4N).
- ຮ່າງແຜນຄວາມຍືນຍົງຂອງ NIPN, ລວມທັງ ວິໄສທັດ, ເສົາຄໍ້າຍຸດທະສາດ ແລະ ຮູບແບບຄວາມຍືນຍົງ 4 ຮູບແບບທີ່ສະເໜີ, ນໍາສະເໜີໂດຍ ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ (ສຄນສ), ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ).
ການປຶກສາຫາລືໄດ້ເນັ້ນໜັກເຖິງຄວາມຈໍາເປັນເພື່ອໃຫ້ລັດຖະບານມີຄວາມເປັນເຈົ້າການທີ່ເຂັ້ມແຂງ, ການຈັດລະບົບສະຖາບັນທີ່ຊັດເຈນ ແລະ ການສະໜອງທຶນແບບຍືນຍົງ. ຜູ້ເຂົ້າຮ່ວມເຫັນດີເປັນເອກະພາບກັນວ່າ NIPN ຄວນໄດ້ຮັບການຄຸ້ມຄອງໂດຍລັດຖະບານພາຍຫຼັງປີ 2025. ທ່ານປະທານ ໄດ້ສະຫຼຸບການປຶກສາຫາລື ແລະ ແບ່ງປັນທິດທາງໃນຕໍ່ໜ້າດັ່ງຕໍ່ໄປນີ້:
- ເນັ້ນໜັກໃສ່ບົດບາດຂອງ NIPN ຕໍ່ກັບ NPAN ແລະ ຍຸດທະສາດແຫ່ງຊາດດ້ານໂພຊະນາການ ທີ່ຈະມີຂຶ້ນ, ໂດຍສະເພາະໃນການພັດທະນາກອບແຜນງານການຕິດຕາມ ແລະ ປະເມີນຜົນ (M&E), ຕົວຊີ້ວັດ ແລະ ກົນໄກການຕິດຕາມຄວາມຄືບໜ້າ.
- ຮັບປະກັນການຮັບຮອງເອົາແຜນຄວາມຍືນຍົງຂອງ NIPN ຢ່າງເປັນທາງການ, ລວມທັງ ຂະບວນການໂດຍລວມ ແລະ ຂັ້ນຕອນທີ່ສະເໜີໃນຕໍ່ໜ້າ.
- ກໍານົດແນວທາງໃນຕໍ່ໜ້າທີ່ຊັດເຈນ ໃນການຈັດລະບົບຂອງສະຖາບັນ ເພື່ອຮັກສາ NIPN ໃຫ້ຍືນຍົງພາຍຫຼັງຈາກການສະໜັບສະໜູນຂອງຜູ້ໃຫ້ທຶນ ຫຼັງຈາກປີ
- ໃຫ້ຄໍາແນະນໍາກ່ຽວກັບທາງເລືອກທີ່ເປັນໄປໄດ້ໃນການຈັດສັນຊັບພະຍາກອນພາຍໃນງົບປະມານແຫ່ງຊາດ ແລະ ກໍານົດກາລະໂອກາດໃນການຮ່ວມມືດ້ານການເງິນ.
- ສະເໜີທິດທາງການຮ່ວມມືໃນອະນາຄົດກັບບັນດານັສະຖາບັນການສຶກສາ, ສະຖາບັນຄົ້ນຄວ້າ ແລະ ຄູ່ຮ່ວມພັດທະນາ ເພື່ອຮັບປະກັນວຽກງານຄົ້ນຄ້ວາ ແລະ ການສ້າງຄວາມອາດສາມາດແບບແບບຍືນຍົງ.
ກອງປະຊຸມໄດ້ສິ້ນສຸດລົງດ້ວຍຄວາມຂອບໃຈຕໍ່ການມີສ່ວນຮ່ວມຂອງຜູ້ເຂົ້າຮ່ວມ ພ້ອມທັງ EU ແລະ UNICEF ທີ່ໄດ້ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງ.ລຸ່ມສຸດຂອງແບບຟອມ


