> ຂ່າວການເຄື່ອນໄຫວ > ກອງປະຊຸມຝຶກອົບຮົມການວິເຄາະສະພາບໂພຊະນາການ ແລະ ການປັບປຸງຂໍ້ມູນ
ກອງປະຊຸມຝຶກອົບຮົມການວິເຄາະສະພາບໂພຊະນາການ ແລະ ການປັບປຸງຂໍ້ມູນ
ຂ່າວການເຄື່ອນໄຫວ | ກັນຍາ 29, 2026

ກອງປະຊຸມຝຶກອົບຮົມການວິເຄາະສະພາບໂພຊະນາການ ແລະ ການປັບປຸງຂໍ້ມູນ ໄດ້ຈັດຂຶ້ນລະຫວ່າງວັນທີ 23-25 ກັນຍາ 2026 ທີ່ໂຮງແຮມ ແກຣນ ຣິເວີໄຊ (Grand Riverside) ເມືອງວັງວຽງ ແຂວງວຽງຈັນ, ໂດຍມີຜູ້ເຂົ້າຮ່ວມຫຼາຍກວ່າ 30 ທ່ານ ຈາກຂະແໜງການທີ່ກ່ຽວຂ້ອງໃນຂັ້ນສູນກາງ ແລະ ຕາງໜ້າຈາກ 6 ແຂວງເປົ້າໝາຍຂອງໂຄງການ NIPN.

ກອງປະຊຸມໄດ້ຮັບກຽດເປັນປະທານໂດຍ ທ່ານ ລາດສະວົງ ບຸນສີພົມ, ຮອງຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ (SPRI), ແລະ ທ່ານ ດຣ. ຮາຣີ ວິນາທານ (Hari Vinathan), ຜູ້ຊ່ຽວຊານດ້ານໂພຊະນາການ ຂອງອົງການ UNICEF. ກອງປະຊຸມສາມວັນນີ້ ໄດ້ເນັ້ນໃສ່ການສົ່ງເສີມການນຳໃຊ້ຂໍ້ມູນທີ່ມີຢູ່ ເພື່ອປັບປຸງສະພາບໂພຊະນາການໃນ ສປປ ລາວ ແລະ ໃນ 6 ແຂວງເປົ້າໝາຍຂອງໂຄງການ NIPN

ກິດຈະກຳຫຼັກຂອງການຝຶກອົບຮົມ ແມ່ນການສຳຫຼວດ ແລະ ທົບທວນແຫຼ່ງຂໍ້ມູນທີ່ກ່ຽວຂ້ອງກັບໂພຊະນາການທີ່ມີຢູ່ ເຊິ່ງສາມາດນຳໃຊ້ເພື່ອປັບປຸງກກະດານຂ່າວໂພຊະນາການໃນລະດັບສູນກາງ ແລະ ຂັ້ນແຂວງ. ໂດຍຜູ້ເຂົ້າຮ່ວມໄດ້ເຮັດວຽກເປັນກຸ່ມ ໂດຍຜູ້ເຂົ້າຮ່ວມຈາກສູນກາງໄດ້ເນັ້ນໃສ່ການປັບປຸງກະດານຂ່າວໂພຊະນາການລະດັບຊາດ, ໃນຂະນະທີ່ຜູ້ເຂົ້າຮ່ວມຈາກແຂວງໄດ້ເຮັດວຽກກ່ຽວກັບກະດານຂ່າວໂພຊະນາການຂອງແຂວງຂອງຕົນ ແລະ ເອກະສານບົດນຳສະເໜີຂອງແຂວງ ເຊິ່ງມີຈຸດປະສົງເພື່ອສະໜັບສະໜູນການເຜີຍແຜ່ຂໍ້ມູນໂພຊະນາການໃນລະດັບແຂວງ, ຊ່ວຍໃຫ້ພາກສ່ວນກ່ຽວຂ້ອງເຂົ້າໃຈສະພາບການໂພຊະນາການໃນປັດຈຸບັນໄດ້ດີຂຶ້ນ ແລະ ນຳໃຊ້ຫຼັກຖານເພື່ອປະກອບການວາງແຜນ ແລະ ການຕັດສິນໃຈ.

ກອງປະຊຸມຍັງເປັນໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ສົນທະນາກ່ຽວກັບບາດກ້າວຕໍ່ໄປ ເພື່ອສືບຕໍ່ວຽກງານໃນແຕ່ລະແຂວງ. ຫຼັງຈາກກອງປະຊຸມ, ແຕ່ລະແຂວງຈະສືບຕໍ່ເກັບກຳ, ທົບທວນ ແລະ ວິເຄາະຂໍ້ມູນທີ່ກ່ຽວຂ້ອງ ພ້ອມທັງພັດທະນາໂປຣໄຟລ໌ໂພຊະນາການ ແລະ ເອກະສານນຳສະເໜີຂອງຕົນຕື່ມ. ເຊິ່ງຄາດວ່າຈະກັບມາພົບກັນອີກໃນກອງປະຊຸມຄັ້ງຕໍ່ໄປ ເພື່ອທົບທວນເອກະສານ, ນຳເອົາຂໍ້ສະເໜີແນະໄປປັບປຸງ ແລະ ສ້າງໂປຼໄຟລຂອງເເຂວງໃຫ້ສຳເລັດ.

ໃນພິທີເປີດ ແລະ ພິທີປິດ, ທ່ານ ລັດສະວົງ ບຸນສີພົມ ແລະ ທ່ານ ດຣ. ຮາຣີ ວິນາທານ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການນຳໃຊ້ຂໍ້ມູນ ແລະ ຫຼັກຖານໃນການວາງແຜນ ແລະ ການຕັດສິນໃຈດ້ານໂພຊະນາການ. ທ່ານທັງສອງຍັງໄດ້ເນັ້ນເຖິງຄວາມຈຳເປັນໃນການສືບຕໍ່ການເຄື່ອນໄຫວກິດຈະກຳ ແລະ ຈຸດປະສົງຂອງໂຄງການ NIPN  ພາຍຫຼັງທີ່ໂຄງການ ສິ້ນສຸດຢ່າງເປັນທາງການໃນປີ 2026, ເພື່ອຮັບປະກັນວ່າ ຄວາມຮູ້, ລະບົບຂໍ້ມູນ ແລະ ຄວາມສາມາດໃນການວິເຄາະ ທີ່ໄດ້ຮັບການພັດທະນາຜ່ານໂຄງການນີ້ ຈະສືບຕໍ່ສະໜັບສະໜູນການວາງແຜນ ແລະ ນະໂຍບາຍທີ່ກ່ຽວຂ້ອງກັບໂພຊະນາການໃນ ສປປ ລາວ.

ກອງປະຊຸມຄັ້ງນີ້ ຖືເປັນອີກບາດກ້າວໜຶ່ງໃນການເສີມສ້າງການຮ່ວມມືລະຫວ່າງພາກສ່ວນກ່ຽວຂ້ອງຂັ້ນສູນກາງ ແລະ ຂັ້ນແຂວງ ແລະ ຮັບປະກັນວ່າ ຂໍ້ມູນໂພຊະນາການທີ່ມີຢູ່ແມ່ນເຊື່ອຖືໄດ້ ແລະ ທັນສະໄໝ ແລະ ຖືກນຳໃຊ້ເພື່ອສະໜັບສະໜູນການຕັດສິນໃຈທີ່ມີຂໍ້ມູນຮອບດ້ານດີຂຶ້ນ ສຳລັບວຽກງານໂພຊະນາການ ແລະ ການພັດທະນາຂອງປະເທດ.

ຕິດຕໍ່ສອບຖາມ

ໜ່ວຍງານວິເຄາະຂໍ້ມູນ
ກົມນະໂຍບາຍເສດຖະກິດ ເເລະ ການເງິນ

ໂທລະສັບ: +856 21 254826
ອີເມລ: contact.cdrlaos@gmail.com

ຂ່າວທີ່ກ່ຽວຂ້ອງ