ໃນລະຫວ່າງວັນທີ 09 ຫາ 11 ທັນວາ 2025 ທີ່ຜ່ານມາ, ແຂວງອຸດົມໄຊ ແລະ ແຂວງຜົ້ງສາລີ ໄດ້ຈັດພິທີເປີດຊຸດຝຶກອົບຮົມ ໃນຫົວຂໍ້: “ການວິເຄາະຂໍ້ມູນໂພຊະນາການ ແລະ ການວາງແຜນສະໜັບສະໜູນຂັ້ນແຂວງ ຂອງໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດ ດ້ານໂພຊະນາການ (NIPN)” ຂຶ້ນຢ່າງເປັນທາງການເປັນເວລາ 3 ວັນໃຫ້ເເກ່ບັນດາຂະແໜງການທີ່ກ່ຽວຂ້ອງຢູ່ທີ່ພະແນກສຶກສາ ແລະ ກິລາ, ແຂວງອຸດົມໄຊ. ການຝຶກອົບຮົມໄດ້ປະກອບມີຜູ້ເຂົ້າຮ່ວມຈາກກົມນະໂຍບາຍເສດຖະກິດ ແລະ ການເງິນ, ກະຊວງການເງິນ, ຊ່ຽວຊານ, ຕາງໜ້າຈາກອົງການຢູນີເຊບ ແລະ ມີບັນດາຂະເເໜງການທີ່ກ່ຽວຂ້ອງຂັ້ນແຂວງຂອງ 2 ເເຂວງຄື: ແຂວງອຸດົມໄຊ ແລະ ແຂວງຜົ້ງສາລີ.
ພິທີເປີດການຝຶກອົບຮົມດັ່ງກ່າວ ໄດ້ຮັບກຽດເປັນປະທານໂດຍ ທ່ານ ປອ ນາງ ແສງໄພວັນ ແສງອາພອນ, ຮອງຫົວໜ້າກົມນະໂຍບາຍເສດຖະກິດ ເເລະ ການເງິນ ແລະ ທ່ານ ສົມລິດ ລັດສະເກດ, ຮອງຫົວໜ້າພະແນກການເງິນແຂວງອຸດົມໄຊ. ຄະນະປະທານໄດ້ກ່າວເນັ້ນໜັກວ່າ ວຽກງານການສ້າງຄວາມອາດສາມາດ ໂດຍສະເພາະທາງດ້ານສະຖິຕິ, ການວິເຄາະຂໍ້ມູນ ແລະ ການວາງແຜນສະໜັບສະໜູນ ໃຫ້ເເກ່ບັນດາຂະແໜງການທີ່ກ່ຽວຂ້ອງຂັ້ນເເຂວງ ແມ່ນບູລິມະສິດສຳຄັນທີ່ສຸດຂອງໂຄງການ NIPN.

ການຝຶກອົບຮົມໃນຄັ້ງນີ້ ມີຈຸດປະສົງເພື່ອເປັນການສ້າງຄວາມອາດສາມາດ ທາງດ້ານສະຖິຕິ, ການວິເຄາະຂໍ້ມູນໂພຊະນາການ ແລະ ການວາງແຜນສະໜັບສະໜູນດ້ານນະໂຍບາຍ ສໍາລັບໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ ໄລຍະ 2 ໃຫ້ແກ່ບັນດາຂະແໜງການທີ່່ກ່ຽວຂ້ອງຂັ້ນແຂວງ ກໍ່ຄືແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ.
ພາຍຫຼັງສຳເລັດການຝຶກອົບຮົມເປັນເວລາ 3 ວັນ, ຄະນະປະທານຍັງໄດ້ເນັ້ນໜັກຕື່ມຕໍ່ການຝຶກອົບຮົມໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງ ແລະ ມີຜົນສໍາເລັດຢ່າງຈົບງາມ, ໂດຍສະເພາະ ແຕ່ລະທ່ານນັກສໍາມະນາກອນໄດ້ມີການແລກປ່ຽນຄວາມຄິດ-ຄວາມເຫັນຕໍ່ການຝຶກອົບຮົມ ອັນໄດ້ຢັ້ງຢືນເຖິງຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບສູງຂອງແຕ່ລະທ່ານ ເຊິ່ງລ້ວນແລ້ວແຕ່ມີຄວາມໝາຍຄວາມສຳຄັນຕໍ່ການສ້າງຄວາມອາສາມາດຂອງແຕ່ລະທ່ານໃນຄັ້ງນີ້. ສິ່ງທີ່ສຳຄັນແມ່ນຫລັງຈາກການຝຶກອົບຮົມແລ້ວ ໃຫ້ແຕ່ລະທ່ານຈົ່ງພ້ອມກັນສືບຕໍ່ຝຶກຝົນ ແລະ ໝັ່ນຮຽນຮູ້ເພີ່ມຕື່ມ ເພື່ອໃຫ້ສາມາດນຳເອົາເນື້ອໃນຈິດໃຈຂອງການຝຶກອົບຮົມໄປຕໍ່ຍອດໃນວຽກງານຕົວຈິງ.


