ໃນລະຫວ່າງວັນທີ 08-10 ທັນວາ 2025 ທີ່ຜ່ານມາ, ແຂວງ ເຊກອງ ແລະ ແຂວງ ສາລະວັນ ໄດ້ຈັດພິທີເປີດຊຸດຝຶກອົບຮົມ ໃນຫົວຂໍ້: “ການວິເຄາະຂໍ້ມູນໂພຊະນາການ ແລະ ການວາງແຜນສະໜັບສະໜູນຂັ້ນແຂວງ ຂອງໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດ ດ້ານໂພຊະນາການ (NIPN)” ຂຶ້ນຢ່າງເປັນທາງການ ໃຫ້ເເກ່ບັນດາຂະແໜງການທີ່ກ່ຽວ ຂ້ອງ ຂັ້ນແຂວງ, ເຊິ່ງພະແນກການເງິນແຂວງ ເຊກອງ ເປັນເຈົ້າພາບຈັດຝຶກອົບໃນຄັ້ງນີ້. ມີຜູ້ເຂົ້າຮ່ວມຈາກກົມນະໂຍບາຍເສດຖະກິດ ແລະການເງິນ, ກະຊວງການເງິນ, ຊ່ຽວຊານ, ຕາງໜ້າຈາກອົງການຢູນີເຊບ ແລະມີບັນດາຂະເເໜງການທີ່ກ່ຽວຂ້ອງຂັ້ນແຂວງຂອງ 2 ເເຂວງເຂົ້າຮ່ວມ ເປັນຕົ້ນ: ພະແນກການເງິນແຂວງ, ພະແນກສາທາລະນະສຸກແຂວງ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ແລະພະແນກ ສຶກສາທິການ ແລະ ກິລາ ແຂວງ.

ພິທີເປີດການຝຶກອົບຮົມດັ່ງກ່າວ ໄດ້ຮັບກຽດເປັນປະທານໂດຍ ທ່ານ ສີສຸພັນ ອິນທານຸວົງ ຮອງຫົວໜ້າພະແນກການເງິນ ແຂວງ ເຊກອງ. ການຝຶກອົບຮົມໃນຄັ້ງນີ້ ມີຈຸດປະສົງເພື່ອເປັນການສ້າງຄວາມອາດສາມາດ ທາງດ້ານສະຖິຕິ, ການວິເຄາະຂໍ້ມູນໂພຊະນາການ ແລະ ການວາງແຜນສະໜັບສະໜູນດ້ານນະໂຍບາຍ ສໍາລັບໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ ໄລຍະ 2 ໃຫ້ແກ່ບັນດາຂະແໜງການທີ່່ກ່ຽວຂ້ອງຂັ້ນແຂວງ ກໍ່ຄື 02 ແຂວງ.


