ໃນລະຫວ່າງວັນທີ 16-20 ທັນວາ 2024 ທີ່ຜ່ານມານີ້, ໂຄງການ NIPN ໄດ້ຈັດກອງປະຊຸມວິຊາການຂຶ້ນ ເປັນເວລາ 5 ວັນ ເພື່ອປຶກສາຫາລືກ່ຽວກັບທິດສະດີການປ່ຽນແປງສຳລັບໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN) ແລະ ການສ້າງແຜນຄວາມຍືນຍົງ ເພື່ອຮັບປະກັນການສືບຕໍ່ການຈັດຕັ້ງປະຕິບັດໂຄງການພາຍຫຼັງສິ້ນສຸດໂຄງການ. ກອງປະຊຸມດັ່ງກ່າວເເມ່ນເປັນປະທານໂດຍທ່ານ ອູ່ສະຫວັນ ທ່ຽງເທບວົງສາ, ຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດສັງຄົມ, ສະຖາບັນຄົ້ນຄວ້າເສດຖະກິດ ສັງຄົມແຫ່ງຊາດ, ເເລະໄດ້ເຊີນເອົາພາກສ່ວນທີ່ກ່ຽວຂ້ອງຈາກບັນດາຂະແໜງການສຳຄັນເຂົ້າຮ່ວມ, ເປັນຕົ້ນເເມ່ນ ຂະເເໜງກະສິກຳ, ສຶກສາ, ສາທາລະນະສຸກ, DRI, ແລະ SPRI ເພື່ອລະດົມຄວາມຄິດເຫັນກ່ຽວກັບທິດສະດີການປ່ຽນແປງດ້ານຍຸດທະສາດໃນການປະຕິບັດໃນອະນາຄົດ ແລະ ແຜນຄວາມຍືນຍົງຂອງໂຄງການ.
ກອງປະຊຸມມື້ທໍາອິດໄດ້ສຸມໃສ່ການກໍານົດ ແລະ ລະບຸບັນຫາຫຼັກທີ່ກ່ຽວຂ້ອງກັບວຽກງານທາງດ້ານໂພຊະນາການ ແລະການກຳນົດການປ່ຽນແປງທີ່ຕ້ອງການ. ຜູ້ອໍານວຍຄວາມສະດວກຂອງກອງປະຊຸມ, ທ່ານ Kovalan Kumaran ແລະທ່ານ Simone Buosi ຈາກອົງການ UNICEF, ໄດ້ນໍາສະເໜີກ່ຽວກັບຄວາມເປັນມາຂອງໂຄງການ NIPN ແລະທິດສະດີດ້ານການປ່ຽນແປງ, ພ້ອມດ້ວຍການເຮັດກິດຈະກໍາກຸ່ມ ແລະ ການສົນທະນາເພື່ອປັບປຸງແນວຄວາມຄິດຕ່າງໆເຫຼົ່ານັ້ນ. ມື້ທີສອງໄດ້ສຸມໃສ່ການກໍານົດອຸປະສັກທີ່ສໍາຄັນພາຍໃນຂະແຫນງການຕ່າງໆ ແລະ ຮ່າງມາດຕະການເພື່ອແກ້ໄຂອຸປະສັກເຫຼົ່ານັ້ນ. ທ່ານ ວິລອນ ວິພົງໄຊ ໄດ້ນໍາພາບັນດາກຸ່ມດໍາເນີນການວິເຄາະ ແລະ ສະເໜີວິທີການແກ້ໄຂບັນດາອຸປະສັກຕ່າງໆທີ່ໄດ້ລະບຸ ໂດຍມີການສົນທະນາເປັນກຸ່ມ ເພື່ອຮັບປະກັນຄວາມເຂົ້າໃຈຮ່ວມກັນ ແລະ ມີຄວາມສອດຄ່ອງກັນໃນເເຕ່ລະຂະເເໜງການ.
ໃນມື້ທີສາມໄດ້ສຸມໃສ່ການກໍານົດການປ່ຽນແປງແບບເປັນລະບົບທີ່ຈໍາເປັນເພື່ອບັນລຸຜົນໄດ້ຮັບ/ການປ່ຽນແປງທີ່ຕ້ອງການ, ໂດຍຜູ້ເຂົ້າຮ່ວມໄດ້ເຮັດວຽກຮ່ວມກັນເພື່ອຮ່າງ ແລະ ກວດສອບການປ່ຽນແປງເຫຼົ່ານີ້ຮ່ວມກັນໂດຍຜ່ານການນໍາສະເຫນີແບບກຸ່ມ. ສຳລັບສອງມື້ສຸດທ້າຍຂອງກອງປະຊຸມ ແມ່ນໄດ້ເນັ້ນການສ້າງແຜນຄວາມຍືນຍົງສໍາລັບໂຄງການ NIPN. ເຊິ່ງອໍານວຍຄວາມສະດວກໂດຍທ່ານ Ingo Neu ທີ່ປຶກສາຈາກ ໜ່ວຍງານ C4N ການສົນທະນາໄດ້ສຸມໃສ່ການກໍານົດອົງປະກອບດ້ານຄວາມຍືນຍົງ, ການມີສ່ວນຮ່ວມຂອງພາກສ່ວນກ່ຽວຂ້ອງ, ແລະການສຶກສາກ່ຽວກັບຄວາມຮັບຜິດຊອບຂອງສະຖາບັນ ແລະ ດ້ານງົບປະມານ. ເຊິ່ງຜູ້ເຂົ້າຮ່ວມໄດ້ເຮັດວຽກເປັນກຸ່ມເພື່ອຮ່າງແຜນການປະຕິບັດ ເເລະ ການຮັບປະກັນຄວາມຍືນຍົງໃນໄລຍະຍາວຂອງໂຄງການ NIPN.
ກອງປະຊຸມດັ່ງກ່າວໄດ້ສະຫຼຸບ ແລະ ກ່າວປິດໂດຍ ທ່ານ ປອ. ສິດທິຣົດ ຣາຊະພົນ, ຫົວໜ້າສະຖາບັນຄົ້ນຄວ້າວິໄຈການພັດທະນາ, ກະຊວງແຜນການ ເເລະ ການລົງທຶນ, ເຊິ່ງທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມື ແລະ ການວາງແຜນໄລຍະຍາວເພື່ອແກ້ໄຂສິ່ງທ້າທາຍດ້ານໂພຊະນາການຢ່າງມີປະສິດທິຜົນ. ກອງປະຊຸມດັ່ງກ່າວໄດ້ເປັນຂີດໝາຍບາດກ້າວທີ່ສຳຄັນໃນການຮັບປະກັນໃຫ້ໂຄງການ NIPN ປະສົບຜົນສຳເລັດຢ່າງບໍ່ຢຸດຢັ້ງ ແລະ ມີຄວາມຍືນຍົງໃນໄລຍະຍາວ ເພື່ອສືບຕໍ່ສ້າງຜົນໄດ້ຮັບທີ່ດີຕໍ່ວຽກງານໂພຊະນາການຢູ່ ໃນ ສປປ ລາວ.