ໃນວັນທີ 6 ມິຖຸນາ 2024, ໜ່ວຍວິເຄາະນະໂຍບາຍ ໄດ້ຈັດກອງປະຊຸມວິຊາການ ທີ່ສະຖາບັນວິທະຍາສາດ ເສດຖະກິດ-ສັງຄົມແຫ່ງຊາດ. ກອງປະຊຸມວິຊາການ ເປັນປະທານໂດຍ ທ່ານ ອຸສະຫວັນ ທ່ຽນເທບວົງສາ, ຫົວໜ້າ ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ.
NIPN ມີຈຸດປະສົງເພື່ອສ້າງຄວາມອາດສາມາດໃນໄລຍະຍາວຂອງບັນດາຜູ້ມີສ່ວນຮ່ວມຫຼັກ ທີ່ກ່ຽວຂ້ອງກັບການຕິດຕາມກວດກາ, ການປະເມີນຜົນ ແລະ ວາລະນະໂຍບາຍ ດ້ານໂພຊະນາການແຫ່ງຊາດ. ຂັ້ນຕອນທໍາອິດໃນຂະບວນການນີ້ຄື ການລະບຸຄວາມສາມາດໃນປະຈຸບັນຂອງຜູ້ມີສ່ວນຮ່ວມຂອງຫຼາຍຂະແໜງການຢູ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ທີ່ຂຶ້ນກັບໜ່ວຍງານການວິເຄາະນະໂຍບາຍຂອງ NIPN. ດັ່ງນັ້ນ, ຈິ່ງມີການນໍາສະເໜີ ແຜນການພັດທະນາຄວາມອາດສາມາດປີ 2024 ແລະ ການຖອດຖອນບົດຮຽນການຝຶກອົບຮົມ ທີ່ໄດ້ສະໜອງໃຫ້ບັນດາຜູ້ປະຕິບັດວຽກງານຢູ່ຂັ້ນທ້ອງຖິ່ນ.
ນອກຈາກນີ້, ຜູ້ເຂົ້າຮ່ວມຍັງມີສ່ວນຮ່ວມໃນການສົນທະນາກ່ຽວກັບການພັດທະນາວາລະການຄົ້ນຄວ້າຂອງ NIPN ສໍາລັບປີ 2024. ອີງຕາມຄໍາຄິດຄໍາເຫັນຈາກຜູ້ມີສ່ວນຮ່ວມກ່ຽວກັບ ຜົນໄດ້ຮັບຂອງການຄົ້ນຄວ້າ ທີ່ໄດ້ປຶກສາຫາລື ແລະ ແນະນໍາຊ່ອງຫວ່າງຂອງຫຼັກຖານ, ການກໍານົດຄໍາຖາມການຄົ້ນຄ້ວາ ເພື່ອປະກອບສ່ວນເຂົ້າໃນກິດຈະກໍາການຄົ້ນຄວ້າ NIPN ໃນອະນາຄົດ.
ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນຢ່າງຈິງຈັງໂດຍຜູ້ມີສ່ວນຮ່ວມ ຈາກສະຖາບັນອື່ນໆໃນ ສປປ ລາວ, ເຊິ່ງມີຄວາມສຳຄັນຫຼາຍຕໍ່ການປັບປຸງຄຸນນະພາບຂອງການຄົ້ນຄວ້າ ແລະ ການສ້າງຄວາມອາດສາມາດຂອງ ໜ່ວຍງານວິເຄາະນະໂຍບາຍ ຢູ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ. ນອກຈາກນັ້ນ, ພວກເຂົາເຈົ້າຍັງແນະນໍາຊ່ອງທາງສໍາລັບການຮ່ວມມືໃນອະນາຄົດ.


