ກອງປະຊຸມວິຊາການປະຈຳສອງເດືອນຂອງໜ່ວຍງານວິເຄາະຂໍ້ມູນ – ໄຕມາດທີ 1 ປີ 2025

ກ.ພ. 7, 2025

ໜ່ວຍ​ງານ​ວິ​ເຄາະ​ຂໍ້​ມູນ, ໂຄງການສ້າງຖານຂໍ້​ມູນ​ຂ່າວສານ​ແຫ່ງ​ຊາດ​ດ້ານ​ໂພຊະນາ​ການ​ໄດ້​ຈັດ​ກອງ​ປະຊຸມ​ວິຊາ​ການ​ປະຈຳສອງເດືອນຂອງ​ໄຕ​ມາດ​ທີ 1 ປີ 2025 ຂຶ້ນ​ໃນ​ວັນ​ທີ 31 ມັງກອນ 2025 ທີ່​ຫ້ອງ​ປະຊຸມ​ກະຊວງ​ແຜນການ ແລະ ການ​ລົງທຶນ. ກອງ​ປະຊຸມ​ດັ່ງກ່າວ​ໃຫ້ກຽດເປັນປະທານໂດຍ​ທ່ານ ​ປອ. ສິດທິ​ຣົດ ຣາຊະພົນ, ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ວິໄຈການພັດທະນາ, ກະຊວງແຜນການ ເເລະ ການລົງທຶນ. ຜູ້ຕາງຫນ້າຈາກຫນ່ວຍງານການວິເຄາະຂໍ້ມູນ ແລະ ນະໂຍບາຍ ລວມທັງອົງການ UNICEF ໄດ້ເຂົ້າຮ່ວມກອງປະຊຸມ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ ສໍາລັບ 2 ໄຕມາດສຸດທ້າຍຂອງປີ 2024. ເຊິ່ງໄດ້ມີການນໍາສະເໜີຜົນສຳເລັດໃນການຈັດຕັ້ງປະຕິບັດ ລວມທັງສິ່ງທ້າທາຍເເລະບົດຮຽນທີ່ຖອດຖອນໄດ້ໃນຕະຫຼອດເວລາຂອງການຈັດຕັ້ງປະຕິບັດກິດຈະກຳ,  ລວມທັງເເຜນບູລິມະສິດຂອງໂຄງການໃນປີ 202ຄ. ກອງປະຊຸມຍັງໄດ້ນຳສະເໜີໝາກຜົນຂອງການສ້າງຄວາມອາດສາມາດໃນປີ 2024 ທັງໃນຂັ້ນສູນກາງ ເເລະ ຂັ້ນເເຂວງ. ພ້ອມດຽວກັນນີ້ຍັງໄດ້ນຳສະເໜີຜົນໄດ້ຮັບເບື້ອງຕົ້ນຂອງການວິເຄາະຂອງສອງຫົວຂໍ້ຈາກການຝຶກ​ອົບ​ຮົມ​ໃນປີທີ່ຜ່ານມາ​, ເເລະຍັງຈະນຳສະເໜີ​ຜົນ​ການ​ຄົ້ນຄ້ວາ​ເຫຼົ່າ​ນີ້​ໃນ​ກອງ​ປະ​ຊຸມ​​ເຜີຍ​ແຜ່​ຜົນການຄົ້ນຄວ້າໂພຊະນາການລະດັບຊາດໃນ​ເດືອນ​ມີ​ນາ 2025​ ທີ່ຈະເຖິງນີ້.

ນອກຈາກນັ້ນ, ກອງປະຊຸມຍັງໄດ້ສົນທະນາເຖິງແຜນການທາງດ້ານຄວາມຍືນຍົງຂອງໂຄງການຫຼັງປີ 2025, ເເລະໄດ້ມີການປຶກສາຫາລືກ່ຽວກັບການກະກຽມກອງປະຊຸມຄະນະຊີ້ນຳລວມໂຄງການທີ່ຈະຈັດຂຶ້ນໃນທ້າຍເດືອນນີ້, ເຊັ່ນດຽວກັນກັບການກະກຽມສໍາລັບກອງປະຊຸມວັນເຜີຍແຜ່ຜົນການຄົ້ນຄວ້າລະດັບຊາດກ່ຽວກັບວຽກງານທາງດ້ານໂພຊະນາການ.

ກອງ​ປະຊຸມ​ໄດ້​ປິດລົງດ້ວຍຜົນສຳເລັດ ເເລະກຳນົດເອົາ​ຫຼາຍ​ບັນຫາທີ່ສຳຄັນ​ທີ່​ຈະ​ນໍາ​ສະ​ເໜີໃນກອງປະຊຸມ​​ຄະນະຊີ້ນຳລວມໂຄງການ​ເພື່ອຮັບຮອງ ​ແລະ ຜັນ​ຂະຫຍາຍ​ການ​ຈັດຕັ້ງປະຕິບັດ​ໃນ​ປີ 2025 ທັງ​ໃນລະດັບ​ຊາດ ​ແລະ ​ໃນ​ຂັ້ນເເຂວງ.

Related posts