ກອງປະຊຸມວິຊາການປະຈຳສອງເດືອນຂອງໜ່ວຍງານວິເຄາະຂໍ້ມູນ (DAU) ຈັດຂຶ້ນທີ່ຫ້ອງປະຊຸມຂອງກະຊວງການເງິນ, ເພື່ອຕິດຕາມ ແລະ ລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດທາງດ້ານໂພຊະນາການ ຫຼື NIPN ປະຈຳໄຕມາດທີ 3 ຂອງປີ 2025. ກອງປະຊຸມຄັ້ງນີ້ໄດ້ຮັບກຽດເປັນປະທານໂດຍ ທ່ານ ປອ. ສິດທິລົດ ຣາຊະພົນ, ຫົວໜ້າກົມນະໂຍບາຍເສດຖະກິດ ແລະ ການເງິນ, ທັງເປັນຫົວໜ້າໜ່ວຍງານວິເຄາະຂໍ້ມູນຂອງໂຄງການ. ມີຜູ້ເຂົ້າຮ່ວມຈາກສະມາຊິກໜ່ວຍງານວິເຄາະຂໍ້ມູນ, ຜູ້ຕາງໜ້າຈາກອົງການອຸຍນິເຊບ ເເລະ ໜ່ວຍງານວິເຄາະທາງດ້ານນະໂຍບາຍ.
ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນປຶກສາຫາລືຫຼາຍຫົວຂໍ້ສຳຄັນ, ເລີ່ມຕົ້ນດ້ວຍການລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານຂອງໜ່ວຍງານ DAU ປະຈຳໄຕມາດທີ 3, ໂດຍໄດ້ຍົກໃຫ້ເຫັນເຖິງຜົນສຳເລັດທີ່ສຳຄັນ, ສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້. ພ້ອມນີ້, ກອງປະຊຸມຍັງໄດ້ນຳສະເໜີແຜນວຽກບຸລິມະສິດສຳລັບໄຕມາດທີ 4 ເພື່ອກະກຽມຄວາມພ້ອມໃຫ້ແກ່ໄຕມາດສຸດທ້າຍຂອງປີ. ຍິ່ງໄປກວ່ານັ້ນ, ຍັງໄດ້ມີການອະທິບາຍກ່ຽວກັບການປັບປຸງໂຄງສ້າງ ແລະ ບົດບາດຂອງໜ່ວຍງານວິເຄາະຂໍ້ມູນທີ່ປ່ຽນແປງໄປເມື່ອບໍ່ດົນມານີ້, ເພື່ອຮັບປະກັນໃຫ້ການປະສານງານ ແລະ ການດຳເນີນງານມີປະສິດທິພາບດີຂຶ້ນໃນຕໍ່ໜ້າ.
ນອກຈາກການລາຍງານຄວາມຄືບໜ້າ, ກອງປະຊຸມຍັງໄດ້ທົບທວນຄືນແນວທາງການຝຶກອົບຮົມສຳລັບທີມງານທັງໃນລະດັບສູນກາງ ແລະ ທ້ອງຖິ່ນ ເພື່ອເສີມສ້າງຄວາມສາມາດໃຫ້ແກ່ພະນັກງານໃນແຕ່ລະຂັ້ນຂອງໂຄງການ. ພ້ອມດຽວກັນນີ້ ຍັງໄດ້ມີການນຳສະເໜີລະບົບຂໍ້ມູນ ແລະ ກະດານຂ່າວອອນລາຍ (Dashboard) ຂັ້ນແຂວງ, ເຊິ່ງເປັນເຄື່ອງມືສຳຄັນທີ່ຖືກພັດທະນາຂຶ້ນສຳລັບ 6 ແຂວງເປົ້າໝາຍ. ເຄື່ອງມືນີ້ຈະຊ່ວຍຕິດຕາມຄວາມຄືບໜ້າໃນລະດັບແຂວງໄດ້ຢ່າງສະດວກຂຶ້ນ, ເຊິ່ງຈະເປັນການສົ່ງເສີມການຕັດສິນໃຈໂດຍອີງໃສ່ຂໍ້ມູນໃຫ້ມີປະສິດທິພາບສູງຂຶ້ນ.
ກອງປະຊຸມຍັງໄດ້ມີການນຳສະເໜີຫົວຂໍ້ການຄົ້ນຄວ້າຈຳນວນໜຶ່ງສຳລັບປີ 2025 ເພື່ອຂໍຄວາມເຫັນ ແລະ ຄຳແນະນຳຈາກບັນດາຜູ້ເຂົ້າຮ່ວມ. ຫົວຂໍ້ເຫຼົ່ານີ້ໄດ້ຖືກຄັດເລືອກມາຈາກການປຶກສາຫາລືກັບຫຼາຍພາກສ່ວນໃນປີທີ່ຜ່ານມາ. ຄາດວ່າຈະໄດ້ນຳເຂົ້າກອງປະຊຸມເພື່ອຮັບຮອງຫົວຂໍ້ຄົ້ນຄວ້າສຸດທ້າຍໃນໄວໆນີ້.


