ວັນທີ 11 ພະຈິກ 2020
ກອງປະຊຸມວິຊາການປະຈຳເດືອນຂອງໜ່ວຍງານວິເຄາະນະໂຍບາຍໄດ້ຈັດຂຶ້ນໃນວັນທີ 11 ພະຈິກ 2020 ທີ່ຜ່ານມາ ທີ່ຫ້ອງປະຊຸມຂອງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ. ໂດຍການ ເຂົ້າຮ່ວມຂອງບັນດາຂະແໜງການທີ່ກ່ຽວ ຂ້ອງ ເພື່ອເປັນການທົບທວນຄືນຜົນຂອງການ ຈັດຕັ້ງປະຕິບັດກິດຈະກຳໃນເດືອນທີ່ຜ່ານມາ.
ກອງປະຊຸມດັງກ່າວໃຫ້ກຽດເປັນປະທານໂດຍທ່ານ ສາຍຄຳ ວໍລະເດດ, ຫົວໜ້າສູນ ຄົ້ນຄວ້າວິທະຍາສາດ, ນະໂຍບາຍເສດຖະກິດສັງຄົມ. ເຊິ່ງເປັນຫ້ອງການ ປະຈຳຂອງໜ່ວຍງານວິເຄາະນະໂຍບາຍ. ກອງປະຊຸມດັ່ງກ່າວເເມ່ນ ມີການປະກອບຄຳຄິດຄຳ ເຫັນຢ່າງກົງໄປກົງມາຈາກບັນດາສະມາຊິກຂອງຄູ່ຮ່ວມງານທີ່ກ່ຽວຂ້ອງໂດຍສະເພາະແມ່ນ ກ່ຽວກັບການເເຜນການກະກຽມກອງປະຊຸມເຜີຍແຜ່ປະຈຳປີ ຂອງໂຄງການ NIPN.