> ຂ່າວການເຄື່ອນໄຫວ > ກອງປະຊຸມວິຊາການປະຈຳເດືອນ ຂອງໜ່ວຍ ງານວິເຄາະຂໍ້ມູນ
ກອງປະຊຸມວິຊາການປະຈຳເດືອນ ຂອງໜ່ວຍ ງານວິເຄາະຂໍ້ມູນ
ຂ່າວການເຄື່ອນໄຫວ | 12/11/2020

ວັນທີ 12 ພະຈິກ 2020

ກອງປະຊຸມວິຊາການປະຈຳເດືອນຂອງໜ່ວຍງານວິເຄາະຂໍ້ມູນໄດ້ຈັດຂຶ້ນໃນວັນທີ 12 ພະຈິກ 2020 ທີ່ຜ່ານມາ ທີ່ຫ້ອງປະຊຸມກະຊວງແຜນການ ແລະ ການລົງທຶນ. ໂດຍການ ເຂົ້າຮ່ວມຂອງບັນດາຂະແໜງການທີ່ກ່ຽວຂອງ ເພື່ອເປັນການທົບທວນຄືນຜົນຂອງການ ຈັດຕັ້ງປະຕິບັດກິດຈະກຳໃນເດືອນທີ່ຜ່ານມາ ແລະ ປຶກສາຫາລືແຜນການຈັດຕັ້ງປະຕິບັດໃນປີ 2020

ກອງປະຊຸມດັງກ່າວໃຫ້ກຽດເປັນປະທານໂດຍທ່ານ ປອ ສິດທິລົດ ຣາຊະພົນ, ຫົວໜ້າສູນ ຄົ້ນຄວ້ານະໂຍບາຍການພັດທະນາ ກະຊວງແຜນການແລະການລົງທຶນ. ເຊິ່ງເປັນຫ້ອງການ ປະຈຳຂອງໜ່ວຍງານວິເຄາະຂໍ້ມູນ. ກອງປະຊຸມດັ່ງກ່າວເເມ່ນມີການປະກອບຄຳຄິດຄຳ ເຫັນຢ່າງກົງໄປກົງມາຈາກບັນດາສະມາຊິກຂອງຄູ່ຮ່ວມງານທີ່ກ່ຽວຂ້ອງໂດຍສະເພາະແມ່ນ ກ່ຽວກັບການເເຜນການກະກຽມກອງປະຊຸມຊີ້ນໍາລວມ ແລະ ກອງປະຊຸມເຜີຍແຜ່ປະຈຳປີ ຂອງໂຄງການ NIPN

ຕິດຕໍ່ສອບຖາມ

ໜ່ວຍງານວິເຄາະຂໍ້ມູນ
ກົມນະໂຍບາຍເສດຖະກິດ ເເລະ ການເງິນ

ໂທລະສັບ: +856 21 254826
ອີເມລ: contact.cdrlaos@gmail.com

ຂ່າວທີ່ກ່ຽວຂ້ອງ