ກອງປະຊຸມວິຊາການປະຈຳ 2 ເດືອນ ໜ່ວຍງານວິເຄາະນະໂຍບາຍ

ມ.ຖ. 11, 2025

ໃນວັນທີ 28 ກຸມພາ 2025, ໜ່ວຍງານວິເຄາະນະໂຍບາຍ, ໄດ້ຈັດກອງປະຊຸມວິຊາການປະຈຳ 2 ເດືອນ ທີ່

ຫ້ອງປະຊຸມຊັ້ນ 3 ຕຶກເສດຖະກິດ, ສະຖາບັນຄົ້ນຄ້ວານະໂຍບາຍເສດຖະກິດ-ສັງຄົມ (SPRI), ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES). ໂດຍການເປັນປະທານໂດຍ ທ່ານ ປອ ວິໄລວອນ ພົມມະຈັນ, ຮອງຫົວໜ້າສະຖາບັນຄົ້ນຄ້ວານະໂຍບາຍເສດຖະກິດ-ສັງຄົມ

ມີຜູ້ເຂົ້າຮ່ວມທັງໝົດ 17 ທ່ານ (ເພດຍິງ 6 ທ່ານ) ຈາກບັນດາກະຊວງທີ່ກ່ຽວຂ້ອງເຊັ່ນ: ກະຊວງແຜນການ ແລະ ການລົງທຶນ, ກະຊວງສາທາລະນະສຸກ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງສຶກສາທິການ ແລະ ກິລາ ພ້ອມທັງ ອົງການສະຫະປະຊາຊາດສຳລັບເດັກ (UNICEF). ມີຜູ້ເຂົ້າຮ່ວມເຊິ່ງໜ້າ ແລະ ເຂົ້າຮ່ວມທາງອອນໄລ໌.

ຫົວຂໍ້ທີ່ໄດ້ນຳສະເໜີຕໍ່ກອງປະຊຸມວິຊາການປະຈຳ 2 ເດືອນ, ໜ່ວຍງານວິເຄາະນະໂຍບາຍ, ຄັ້ງວັນທີ 28 ກຸມພາ 2025 ມີດັ່ງຕໍ່ໄປນີ້:

  1. ທົບທວນການຈັດຕັ້ງປະຕິບັດກິດຈະກໍາປະຈໍາ 2024 ແລະ ແຜນປະຈໍາປີ 2025
  2. ທົບທວນວຽກງານການສ້າງຄວາມອາດສາມາດ ຂອງໜ່ວຍງານວິເຄາະນະໂຍບາຍຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ
  3. ຜົນໄດ້ຮັບຂອງກອງປະຊຸມຄະນະຊີ້ນໍາລວມ ແລະ ແຜນຄວາມຍືນຍົງ ຂອງໂຄງການ NIPN ແລະ
  4. ຄວາມຄືບໜ້າໃນການກະກຽມກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າປະຈໍາປີ ຂອງໂຄງການ NIPN ທີ່ຈະໄດ້ຈັດຂຶ້ນໃນວັນທີ 18 ມີນາ 2025.

ນອກຈາກນັ້ນ, ກໍມີການສົນທະນາເປີດກ້ວາງ ແລະ ມີລັກສະນະສ້າງສັນເພື່ອປະກອນບຄໍາເຫັນຕໍ່ບົດສະເໜີແຕ່ລະບົດແບບກົງໄປກົງມາ.