ກອງປະຊຸມວິຊາການຮ່ວມໂຄງການ NIPN-NIS ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 5-6 ທັນວາ 2024 ທີ່ຜ່ານມາ ທີ່ພະແນກແຜນການ ແລະ ການລົງທຶນ ແຂວງສະຫວັນນະເຂດ. ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ສິດທິຣົດ ຣາຊະພົນ, ຫົວໜ້າສະຖາບັນຄົ້ນຄວ້າວິໄຈການພັດທະນາ ກະຊວງແຜນການ ແລະ ການລົງທຶນ, ແລະ ທ່ານ ແກ້ວປະເສີດ ສຸລິນພູມີ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງສະຫວັນນະເຂດ.
ຜູ້ຕາງໜ້າຈາກ ສີ່ຂະແໜງການຫຼັກຂອງແຂວງສະຫວັນນະເຂດໄດ້ ເຂົ້າຮ່ວມຄື: ພະແນກແຜນການ ແລະ ການລົງທຶນ, ພະແນກສາທາລະນະສຸກ, ພະແນກສຶກສາທິການ ແລະ ກິລາ ແລະ ພະແນກກະສິກຳ ແລະ ປ່າໄມ້ ເຊິ່ງແຕ່ລະພາກສ່ວນເເມ່ນຂະເເໜງການທີ່ສຳຄັນທີ່ໄດ້ປະກອບສ່ວນເຂົ້າໃນວຽກງານໂພຊະນາການ.
ກອງປະຊຸມໄດ້ມີການນຳສະເໜີຫຼາຍບົດທີ່ກ່ຽວຂ້ອງ, ເລີ່ມຕົ້ນດ້ວຍພາບລວມຂອງການຈັດຕັ້ງປະຕິບັດໂຄງການ NIPN ແລະ NIS. ຫຼັງຈາກນັ້ນຜູ້ຕາງໜ້າຈາກຂະແໜງສາທາລະນະສຸກໄດ້ນຳສະເໜີກ່ຽວກັບວິທີການຮັບປະກັນເເລະການຄວບຄຸມຄຸນນະພາບຂໍ້ມູນຈາກຖານຂໍ້ມູນ DHIS2, ໂດຍເນັ້ນໃສ່ການນຳໃຊ້ຂໍ້ມູນຕົວຊີ້ວັດເພື່ອວິເຄາະສະພາບການທາງດ້ານໂພຊະນາການທັງໃນຂັ້ນເເຂວງ ເເລະ ຂັ້ນເມືອງ. ພ້ອມດຽວກັນນີິ້, ຂະແໜງກະສິກຳ ແລະ ການສຶກສາ ໄດ້ເຮັດການວິເຄາະຂໍ້ມູນທີ່ກ່ຽວຂ້ອງກັບໂພຊະນາການຈາກບັນດາຕົວຊີ້ວັດທີ່ເກັບກຳຈາກບົດລາຍງານ ແລະ ຊຸດຂໍ້ມູນບໍລິຫານຂອງເຂົາເຈົ້າ ເເລະ ໄດ້ນຳສະເໜີຜົນການວິເຄາະຂໍ້ມູນດັ່ງກ່າວໃນກອງປະຊຸມ.
ເປົ້າໝາຍຫຼັກຂອງກອງປະຊຸມວິຊາການຄັ້ງນີ້ ແມ່ນສ້າງຄວາມອາດສາມາດໃນການວິເຄາະຂໍ້ມູນ ເເລະການກວດກາຄວາມຖືກຕ້ອງທາງດ້ານການວິເຄາະຂໍ້ມູນ, ເພື່ອສະໜັບສະໜູນການຕັດສິນໃຈດ້ານນະໂຍບາຍໂພຊະນາການທີ່ມີປະສິດທິພາບ. ກອງປະຊຸມດັ່ງກ່າວໄດ້ດຳເນີນໄປເປັນເວລາ 2 ວັນເເລະໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ.


