ກອງປະຊຸມຮ່ວມທາງດ້ານວິຊາການລະຫວ່າງກອງປະຊຸມວິຊາການຮ່ວມລະຫວ່າງໂຄງການ NIPN-NIS ແຂວງ ສາລະວັນໄດ້ຈັດຂຶ້້ນເປັນເວລາ 2 ວັນຄືວັນທີ 16 ຫາ 17 ເດືອນກໍລະກົດ 2024 ທີ່ໂຮງເເຮມປາກເຊ, ເມືອງປາກເຊ, ເເຂວງຈຳປາສັກ
ກອງປະຊຸມດັ່ງກ່າວໃຫ້ກຽດເປັນປະທານໂດຍທ່ານ ປອ ສິດທິຣົດ ຣາຊະພົນ, ຫົວໜ້າສະຖາບັນຄົ້ນຄວ້າວິໄຈການພັດທະນາ, ກະຊວງເເຜນການ ເເລະ ການລົງທຶນ, ທ່ານ ຄຳກິ່ງ ແກ້ວສຸພັນ ຮອງຫົວໜ້າພະເເນກເເຜນການ ເເລະ ການລົງທຶນເເຂວງສາລະວັນ, ກອງປະຊຸມດັ່ງກ່າວເເມ່ນເຂົ້າຮ່ວມໂດຍບັນດາຕົວເເທນຈາກ 4 ຂະເເໜງການຂອງເເຂວງສະລະວັນທີ່ເຮັດວຽກກ່ຽວຂ້ອງທາງດ້ານໂພຊະນາການເປັນຕົ້ນເເມ່ນ: ພະເເນກແຜນການເເລະການລົງທຶນ, ພະເເນກສາທາລະນະສຸກ, ພະເເນກສຶກສາເເລະກິລາ ເເລະ ພະເເນກກະສິກຳເເລະປ່າໄມ້.
ພາຍໃນກອງປະຊຸມເເມ່ນໄດ້ມີການຮັບຟັງບັນດາບົດສະເໜີກ່ຽວກັບຄວາມເປັນມາ ເເລະ ພາບລວມຂອງການຈັດຕັ້ງປະຕິບັດຂອງໂຄງການ NIPN ເເລະ ໂຄງການ NIS ເເລະສົນທະນາແຜນການຈັດຕັ້ງປະຕິບັດຮ່ວມກັນໃນອະນາຄົດໂດຍສະເພາະໃນເເຂວງ ສາລະວັນ. ນອກຈາກນັ້ນຍັງໄດ້ນຳສະເໜີວິທີການກວດສອບຄຸນນະພາບຂອງຂໍ້ມູນຈາກຖານຂໍ້ມູນ DHIS2 ເເລະການດຶງຂໍ້ມູນຕົວຊີ້ບອກຈາກຖານຂໍ້ມູນດັ່ງຂ່າວມາເຮັດການວິເຄາະໃນຂັ້ນເມືອງເເລະຂັ້ນເເຂວງ ເພື່ອເປັນຂໍ້ມູນໃນການຕັດສິນໃຈທາງດ້ານນະໂຍບາຍໄດ້ຢ່າງມີປະສິດທິຜົນ. ກອງປະຊຸມວິຊາການດັ່ງກ່າວໄດ້ຈັດຂຶ້ນເປັນເວລາສອງວັນ ເເລະຈົບລົງດ້ວຍຜົນສຳເລັດອັນຈົບງາມ.