ເພື່ອສືບຕໍ່ການຮ່ວມມືລະຫວ່າງໂຄງການ NIPN ແລະ NIS, ກອງປະຊຸມວິຊາການຮ່ວມໄດ້ຈັດຂຶ້ນຢູ່ແຂວງສາລະວັນໃນວັນທີ 3-4 ມີນາ 2025 ທີ່ຜ່ານມາ ເຊິ່ງກອງປະຊຸມໄດ້ດຳເນີນໄປເປັນເວລາ 2 ວັນ.
ໃນມື້ທໍາອິດ, ຜູ້ເຂົ້າຮ່ວມຈາກຂະແຫນງສາທາລະນະສຸກ ແລະຂະເເໜງແຜນການໄດ້ຮ່ວມກັນວິເຄາະຂໍ້ມູນຈາກຖານຂໍ້ມູນ DHIS2, ໂດຍສຸມໃສ່ວິເຄະຄຸນນະພາບຂອງຂໍ້ມູນ ເເລະ ຕົວຊີ້ວັດທີ່ສໍາຄັນທີ່ກ່ຽວຂ້ອງກັບໂພຊະນາການ ນັບແຕ່ເດືອນມັງກອນຫາເດືອນທັນວາຂອງປີ 2024. ໃນຕອນທ້າຍຂອງມື້ດຽວກັນ, ຜູ້ເຂົ້າຮ່ວມໄດ້ສໍາເລັດການວິເຄາະຂໍ້ມູນແລະສ້າງ ກະດານຂ່າວຂໍ້ມູນໂພຊະນາການເບື້ອງຕົ້ນຂອງ ແຂວງສໍາລັບຕົວຊີ້ວັດທາງດ້ານໂພຊະນາການທີ່ສໍາຄັນ.
ໃນມື້ທີສອງ, ຜົນການວິເຄາະຈາກມື້ທີ່ຜ່ານມາໄດ້ຖືກນຳສະເໜີໃຫ້ແກ່ຜູ້ເຂົ້າຮ່ວມຈາກ 8 ເມືອງຂອງແຂວງສາລະວັນ. ກອງປະຊຸມຄັ້ງນີ້ໄດ້ເຮັດໃຫ້ຜູ້ແທນຂັ້ນເມືອງໄດ້ຮັບຮູ້ເຖິງສະພາບ ໂພຊະນາການໃນປະຈຸບັນໃນເຂດເມືອງຂອງຕົນ. ລວມທັງການສົນທະນາພາຍຫຼັງຮັບຟັງຜົນການວິເຄາະຂໍ້ມູນ, ໂດຍຜູ້ແທນຂັ້ນເມືອງໄດ້ຍົກໃຫ້ເຫັນສິ່ງທ້າທາຍຂອງທ້ອງຖິ່ນ ແລະ ຜົນຂອງການຄົ້ນຄວ້າເເມ່ນສາມາດນຳໃຊ້ເຂົ້າໃນການວາງແຜນໂຄງການດ້ານໂພຊະນາການໃນອະນາຄົດໃນເມືອງຂອງຕົນ.
ກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ວຽງຄອນ ບົວພະຈັນ ຮອງຫົວໜ້າສະຖາບັນຄົ້ນຄວ້າວິໄຈການພັດທະນາ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ບຸນລົມ ອິນທຸສາ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງສາລະວັນ. ການວິເຄາະຂໍ້ມູນເເມ່ນໄດ້ຮັບການອໍານວຍຄວາມສະດວກໂດຍ ທ່ານ ໂຄວາລານ ກຸມາຣານ ຜູ້ຊ່ຽວຊານດ້ານໂພຊະນາການຈາກອົງການ UNICEF ປະຈຳ ສປປ ລາວ ພ້ອມດ້ວຍທີ່ປຶກສາຈາກຕ່າງປະເທດ ແລະ ທີ່ປຶກສາພາຍໃນ ແລະ ທີມງານຫຼັກຈາກ ໂຄງການ NIPN ໃນລະດັບສູນກາງ.
ຈຸດປະສົງຫຼັກຂອງກອງປະຊຸມຮ່ວມມືໃນຄັ້ງນີ້ ແມ່ນເພື່ອສົ່ງເສີມການນຳໃຊ້ຂໍ້ມູນລານງານຈາກຖານຂໍ້ມູນ DHIS2 ແລະ ເສີມຂະຫຍາຍຄວາມອາດສາມາດຂອງທີມງານ NIPN ຂັ້ນເເຂວງ ເພື່ອນໍາໃຊ້ຂໍ້ມູນເຂົ້າໃນການຊຸກຍູ້ ເເລະ ວາງແຜນການຈັດຕັ້ງປະຕິບັດໂຄງການດ້ານໂພຊະນາການ.