ເພື່ອສືບຕໍ່ການຮ່ວມມືລະຫວ່າງໂຄງການ NIPN ແລະ NIS, ກອງປະຊຸມວິຊາການຮ່ວມໄດ້ຈັດຂຶ້ນຢູ່ແຂວງອຸດົມໄຊໃນວັນທີ 11-13 ມີນາ 2025 ທີ່ຜ່ານມາ ທີ່ຫ້ອງປະຊຸມພະເເນກແຜນການເເຜນການ ເເລະການລົງທຶນແຂວງອຸດົມໄຊ. ເຊິ່ງກິດຈະກໍາດັ່ງກ່າວໄດ້ສຸມໃສ່ການນໍາໃຊ້ຂໍ້ມູນປະຈໍາຈາກລະບົບ DHIS2 ສໍາລັບການວາງແຜນແລະການປະຕິບັດວຽກງານທາງດ້ານໂພຊະນາການ.
ໃນສອງມື້ທໍາອິດ, ຜູ້ເຂົ້າຮ່ວມຈາກຂະແຫນງສາທາລະນະສຸກ ແລະຂະເເໜງແຜນການໄດ້ຮ່ວມກັນວິເຄາະຂໍ້ມູນຈາກຖານຂໍ້ມູນ DHIS2, ໂດຍສຸມໃສ່ວິເຄະຄຸນນະພາບຂອງຂໍ້ມູນ ເເລະ ຕົວຊີ້ວັດທີ່ສໍາຄັນທີ່ກ່ຽວຂ້ອງກັບໂພຊະນາການ ນັບແຕ່ເດືອນມັງກອນ ຫາ ເດືອນທັນວາຂອງປີ 2024. ໃນຕອນທ້າຍຂອງມື້ທີສອງ, ຜູ້ເຂົ້າຮ່ວມໄດ້ສໍາເລັດການວິເຄາະຂໍ້ມູນແລະສ້າງ ກະດານຂ່າວຂໍ້ມູນໂພຊະນາການເບື້ອງຕົ້ນຂອງ ແຂວງສໍາລັບຕົວຊີ້ວັດທາງດ້ານໂພຊະນາການທີ່ສໍາຄັນ.
ໃນມື້ທີສາມ, ຜົນການວິເຄາະຂໍ້ມູນຈາກສອງມື້ທີ່ຜ່ານມາໄດ້ຖືກນຳສະເໜີໃຫ້ແກ່ຜູ້ເຂົ້າຮ່ວມຈາກ 7 ເມືອງຂອງແຂວງອຸດົມໄຊ. ກອງປະຊຸມຄັ້ງນີ້ໄດ້ເຮັດໃຫ້ຜູ້ແທນຂັ້ນເມືອງໄດ້ຮັບຮູ້ເຖິງສະພາບ ໂພຊະນາການໃນປະຈຸບັນໃນເຂດເມືອງຂອງຕົນ. ລວມທັງການສົນທະນາພາຍຫຼັງຮັບຟັງຜົນການວິເຄາະຂໍ້ມູນ, ໂດຍຜູ້ແທນຂັ້ນເມືອງໄດ້ຍົກໃຫ້ເຫັນສິ່ງທ້າທາຍຂອງທ້ອງຖິ່ນ ແລະ ຜົນຂອງການຄົ້ນຄວ້າເເມ່ນສາມາດນຳໃຊ້ເຂົ້າໃນການວາງແຜນໂຄງການດ້ານໂພຊະນາການໃນອະນາຄົດໃນເມືອງຂອງຕົນ.
ກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ວຽງຄອນ ບົວພະຈັນ ຮອງຫົວໜ້າສະຖາບັນຄົ້ນຄວ້າວິໄຈການພັດທະນາ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ສົມລິດ ລັດສະເກດ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ. ການວິເຄາະຂໍ້ມູນເເມ່ນໄດ້ຮັບການອໍານວຍຄວາມສະດວກໂດຍ ທີ່ປຶກສາສາກົນ ແລະ ທີ່ປຶກສາພາຍໃນ ແລະ ທີມງານ ໂຄງການ NIPN ໃນຂັ້ນສູນກາງ.
ຈຸດປະສົງຫຼັກຂອງກອງປະຊຸມຮ່ວມມືໃນຄັ້ງນີ້ ແມ່ນເພື່ອສົ່ງເສີມການນຳໃຊ້ຂໍ້ມູນລານງານຈາກຖານຂໍ້ມູນ DHIS2 ແລະ ເສີມຂະຫຍາຍຄວາມອາດສາມາດຂອງທີມງານ NIPN ຂັ້ນເເຂວງ ເພື່ອນໍາໃຊ້ຂໍ້ມູນເຂົ້າໃນການຊຸກຍູ້ ເເລະ ວາງແຜນການຈັດຕັ້ງປະຕິບັດໂຄງການດ້ານໂພຊະນາການ.