> ກິດຈະກຳ > ກອງປະຊຸມວິຊາການຮ່ວມລະຫວ່າງໂຄງການ NIPN-NIS ແຂວງ ສາລະວັນ
ກອງປະຊຸມວິຊາການຮ່ວມລະຫວ່າງໂຄງການ NIPN-NIS ແຂວງ ສາລະວັນ
ກິດຈະກຳ | 31/07/2024

ກອງປະຊຸມຮ່ວມທາງດ້ານວິຊາການລະຫວ່າງກອງປະຊຸມວິຊາການຮ່ວມລະຫວ່າງໂຄງການ NIPN-NIS ແຂວງ ສາລະວັນໄດ້ຈັດຂຶ້້ນເປັນເວລາ 2 ວັນຄືວັນທີ 16 ຫາ 17 ເດືອນກໍລະກົດ 2024 ທີ່ໂຮງເເຮມປາກເຊ, ເມືອງປາກເຊ, ເເຂວງຈຳປາສັກ

ກອງປະຊຸມດັ່ງກ່າວໃຫ້ກຽດເປັນປະທານໂດຍທ່ານ ປອ ສິດທິຣົດ ຣາຊະພົນ, ຫົວໜ້າສະຖາບັນຄົ້ນຄວ້າວິໄຈການພັດທະນາ, ກະຊວງເເຜນການ ເເລະ ການລົງທຶນ, ທ່ານ ຄຳກິ່ງ ແກ້ວສຸພັນ ຮອງຫົວໜ້າພະເເນກເເຜນການ ເເລະ ການລົງທຶນເເຂວງສາລະວັນ, ກອງປະຊຸມດັ່ງກ່າວເເມ່ນເຂົ້າຮ່ວມໂດຍບັນດາຕົວເເທນຈາກ 4 ຂະເເໜງການຂອງເເຂວງສະລະວັນທີ່ເຮັດວຽກກ່ຽວຂ້ອງທາງດ້ານໂພຊະນາການເປັນຕົ້ນເເມ່ນ: ພະເເນກແຜນການເເລະການລົງທຶນ, ພະເເນກສາທາລະນະສຸກ, ພະເເນກສຶກສາເເລະກິລາ ເເລະ ພະເເນກກະສິກຳເເລະປ່າໄມ້.

ພາຍໃນກອງປະຊຸມເເມ່ນໄດ້ມີການຮັບຟັງບັນດາບົດສະເໜີກ່ຽວກັບຄວາມເປັນມາ ເເລະ ພາບລວມຂອງການຈັດຕັ້ງປະຕິບັດຂອງໂຄງການ  NIPN ເເລະ ໂຄງການ NIS ເເລະສົນທະນາແຜນການຈັດຕັ້ງປະຕິບັດຮ່ວມກັນໃນອະນາຄົດໂດຍສະເພາະໃນເເຂວງ ສາລະວັນ. ນອກຈາກນັ້ນຍັງໄດ້ນຳສະເໜີວິທີການກວດສອບຄຸນນະພາບຂອງຂໍ້ມູນຈາກຖານຂໍ້ມູນ DHIS2 ເເລະການດຶງຂໍ້ມູນຕົວຊີ້ບອກຈາກຖານຂໍ້ມູນດັ່ງຂ່າວມາເຮັດການວິເຄາະໃນຂັ້ນເມືອງເເລະຂັ້ນເເຂວງ ເພື່ອເປັນຂໍ້ມູນໃນການຕັດສິນໃຈທາງດ້ານນະໂຍບາຍໄດ້ຢ່າງມີປະສິດທິຜົນ. ກອງປະຊຸມວິຊາການດັ່ງກ່າວໄດ້ຈັດຂຶ້ນເປັນເວລາສອງວັນ ເເລະຈົບລົງດ້ວຍຜົນສຳເລັດອັນຈົບງາມ.

ຕິດຕໍ່ສອບຖາມ

ໜ່ວຍງານວິເຄາະຂໍ້ມູນ
ກົມນະໂຍບາຍເສດຖະກິດ ເເລະ ການເງິນ

ໂທລະສັບ: +856 21 254826
ອີເມລ: contact.cdrlaos@gmail.com

ຂ່າວທີ່ກ່ຽວຂ້ອງ