ກອງປະຊຸມສ້າງຄວາມເຂັ້ມເເຂງເພື່ອຈັດຕັ້ງປະຕິບັດໂຄງການ NIPN ໄລຍະທີ 2

ມ.ຖ. 4, 2022

ກອງປະຊຸມສ້າງຄວາມເຂັ້ມເເຂງເພື່ອຈັດຕັ້ງປະຕິບັດໂຄງການ NIPN ໄລຍະທີ 2 ​ໄດ້​ຈັດ​ຂຶ້ນ​ຢູ່​ທີ່ເມືອງ​ວັງ​ວຽງ​ ເເຂວງ ວຽງຈັນ ໃນລະຫວ່າງ​ວັນ​ທີ 31 ພຶດສະພາ 2022 ຫາ​ວັນ​ທີ 1 ມິຖຸນາ 2022. ເຊິ່ງຈຸດປະສົງ​ຕົ້ນຕໍ​ຂອງ​ກອງ​ປະຊຸມດັ່ງກ່າວແມ່ນເພື່ອ​ຮັບປະກັນ​ການປ່ຽນຜ່ານການຈັດຕັ້ງປະຕິບັດຈາກໄລຍະ​ທີ 1 ຫາ ​ໄລຍະ​ທີ 2 ຂອງ ໂຄງການ NIPN ​ໃຫ້ມີຄວາມລ່ຽນໄຫຼດີ, ພ້ອມ​ທັງ​ ການສົນທະນາເເລກປ່ຽນ ບັນດາສິ່ງທ້າທາຍ ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດໂຄງການໃນ ໄລຍະທີ 1 ນອກຈາກນັ້ນ, ກອງປະຊຸມຄັ້ງນີ້ ຍັງໄດ້ກຳນົດບາງບຸລິມະສິດ ແລະ ຄວາມຕ້ອງການທີ່ສຳຄັນໃນການຈັດຕັ້ງປະຕິບັດໂຄງການ NIPN ໄລຍະທີ 2; ຊີ້​ແຈງ​ກ່ຽວ​ກັບພາລະ​ບົດບາດ ​ແລະ ຄວາມ​ຮັບຜິດຊອບ​ລະຫວ່າງ​ບັນດາ​ຄູ່​ຮ່ວມ​ມື​ໃນ​ບັນດາ​ປະ​ເທດ ​ແລະ ​ໃນ​ລະດັບ​ສາກົນ, ກອງ​ປະຊຸມ​ຍັງ​ມີ​ຜູ້ຕາງໜ້າ​ຈາກ 6 ​ແຂວງ​ເປົ້າ​ໝາຍ​ທີ່ ໂຄງການ NIPN ​ໄລຍະ​ທີ 2 ​ໄດ້​ວາງ​ແຜນ​ຜັນ​ຂະຫຍາຍ​ການຈັດຕັ້ງປະຕິບັດລົງຊູ່ລະດັບເເຂວງເຊັ່ນ: ເເຂວງຜົ້ງສາລີ, ອຸດົມໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ຊກອງ. ກອງ​ປະຊຸມ​ໄດ້​ສິ້ນ​ສຸດ​ລົງ​ດ້ວຍ​ການ​ໂອ້​ລົມ​ສົນທະນາ​ທີ່ພົດຟື້ນ ແລະ ​ມີ​ໝາກຜົນ ​ພ້ອມດ້ວຍການກຳນົດບາງບາດກ້າວ​ທີ່​ສຳຄັນ​ໃນ​ການຈັດຕັ້ງປະຕິບັດໃນຕໍ່ໜ້າ.