ກອງປະຊຸມຮ່ວມປະຈຳໄຕມາດທີ 1 ປີ 2023 ໄດ້ຈັດຂຶ້ນໂດຍໜ່ວຍວິເຄາະຂໍ້ມູນ ໃນວັນທີ 10 ພຶດສະພາ 2023 ທີ່ໂຮງແຮມທະວີສຸກ, ເມືອງວັງວຽງ, ແຂວງວຽງຈັນ. ກອງປະຊຸມຄັ້ງນີ້ໄດ້ຮັບກຽດເປັນປະທານໂດຍທ່ານນາງ ສີສົມບູນ ອຸນາວົງ ຫົວໜ້າກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີບັນດາສະມາຊິກຂອງໜ່ວຍງານວິເຄາະນະໂຍບາຍ ແລະ ໜ່ວຍງານວິເຄາະຂໍ້ມູນ, ຜູ້ຕາງໜ້າຈາກອົງການ UNICEF ປະຈຳ ສປປ ລາວ. ຈຸດປະສົງຕົ້ນຕໍຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອລາຍງານການຈັດຕັ້ງປະຕິບັດກິດຈະກຳໄຕມາດທີ 1 ປະຈຳປີ 2023, ບັນດາຜົນສຳເລັດ, ສິ່ງທ້າທາຍ, ບົດຮຽນ ແລະ ແຜນການຈັດຕັ້ງປະຕິບັດໃນໄຕມາດທີຕໍ່ໄປ. ກອງປະຊຸມໄດ້ດຳເນີນໄປເປັນເວລາ 1 ວັນເເລະປິດລົງດ້ວຍຜົນສຳເລັດອັນຈົບງາມ.
ໃນວັນມື້ທີ 2 (ວັນທີ 11 ພຶດສະພາ 2023) ກອງປະຊຸມຍັງໄດ້ຮັບຟັງການສະເໜີບົດລາຍງານກ່ຽວກັບແຜນການພັດທະນາຄວາມຍືນຍົງຂອງໂຄງການຈາກໜ່ວຍງານ C4N ເພື່ອລິເລີ່ມການສ້າງແຜນການພັດທະນາຄວາມຍືນຍົງຂອງໂຄງການກອງປະຊຸມນີ້ໄດ້ດຳເນີນເປັນເວລາເຄິ່ງວັນ.
ດາວໂຫລດບົດນຳສະເໜີຈາກກອງປະຊຸມໄດ້ທີ່ນີ້: https://tinyurl.com/NIPNJQM2