ວັນທີ 26 ເສມສາ 2022 ທີ ໂຮງແຮມຄາວພາຊາ ນະຄອນຫລວງວຽງຈັນ ລັດຖະບານແຫ່ງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າປະຈຳປີ ຄັ້ງທີ 3 ຂອງໂຄງການສ້າງຖານຂໍ້ມູນແຫ່ງຊາດດ້ານໂພຊະນາການ (NIPN) ເພື່ອປຶກສາຫາລືກ່ຽວກັບຜົນໄດ້ຮັບຂອງການຄົ້ນຄວ້າທີ່ສຳຄັນກ່ຽວກັບໂພຊະນາການໃນ ສປປ ລາວ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ ສະຖາບັນດິດ ອີນສີຊຽງໃຫມ່, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ; ທ່ານ ນາງ Ina MARČIULIONYTĖ, ເອກອັກຄະລັດຖະທູດສະຫະພາບເອີຣົບ ແລະ ທ່ານ ນາງ Dr Pia BRITTO, ຕາງໜ້າອົງການສະຫະປະຊາຊາດສໍາລັບເດັກ ປະຈໍາ ສປປ ລາວ.
ວຽກງານການສ້າງຖານຂໍ້ມູນແຫ່ງຊາດດ້ານໂພຊະນາການ ໄດ້ລິເລີ່ມຈັດຕັ້ງປະຕິບັດ ແລະ ເຮັດວຽກຮ່ວມກັນລະຫວ່າງ ບັນດາສະຖາບັນຄົ້ນຄວ້າ ແລະ ຂະແໜງການກ່ຽວຂ້ອງ ໂດຍສະເພາະແມ່ນ ສະຖາບັນຄົ້ນຄວ້ານະໂຍບາຍດ້ານການພັດທະນາ, ກະຊວງແຜນການ ແລະ ການລົງທຶນ; ສະຖາບັນຄົ້ນຄວ້າ ແລະ ນະໂຍບາຍເສດຖະກິດ-ສັງຄົມ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃນນາມເປັນຈຸດປະສານງານ ແລະ ຜິດຊອບໂຄງການ ໄດ້ນຳສະເໜີກ່ຽວກັບຜົນໄດ້ຮັບຂອງການເຊື່ອມໂຍງວຽກງານນ້ຳສະອາດ, ສຸຂາພິບານ, ແລະ ສຸຂະອະນາໄມ ກັບ ສະພາບໂພຊະນາການ ຢູ່ ສປປ ລາວ.
ທ່ານ ປອ ສະຖາບັນດິດ ອີນສີຊຽງໃຫມ່, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ທັງເປັນປະທານຄະນະບໍລິຫານງານໂຄງການ ໄດ້ກ່າວວ່າ: ຂໍ້ມູນທີ່ເຊື່ອຖືໄດ້ ແລະ ມີຄຸນນະພາບ ສາມາດຊ່ວຍໃນການຕັດສິນໃຈຂອງລັດຖະບານ ແລະ ອຳນວຍຄວາມສະດວກໃຫ້ແກ່ຂະບວນການວາງແຜນ, ການຂຶ້ນງົບປະມານ, ແລະ ການຕິດຕາມໂຄງການຕ່າງໆໃນຂອບເຂດທົ່ວປະເທດໄດ້ຢ່າງມີປະສິດທິຜົນ ລວມທັງສະພາບການລະບາດຂອງ COVID-19 ໄດ້ສົ່ງຜົນກະທົບໂດຍທາງກົງ ແລະ ທາງອ້ອມຕໍ່ກັບວຽກງານໂພຊະນາການ ແລະ ການຄໍ້າປະກັນສະບຽງອາຫານຢ່າງໃຫ່ຍຫຼວງ, ບັນດາຂໍ້ມູນ ແລະ ຂໍ້ສະເໜີແນະ ທີ່ໄດ້ຈາກການຄົ້ນຄວ້າໃນຄັ້ງນີ້ ຈະເປັນຖານຂໍ້ມູນທີ່ສຳຄັນ ເພື່ອສະໜັບສະໜູນໃຫ້ແກ່ຜູ້ວາງນະໂຍບາຍ ແລະ ຜູ້ມີສ່ວນຮ່ວມດ້ານວຽກງານໂພຊະນາການ ໃນການຈັດຕັ້ງປະຕິບັດອອກແບບນະວັດຕະກຳ ທີ່ຕິດພັນກັບແຜນງານໂພຊະນາການໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ, ສາມາດການແກ້ໄຂຄວາມແຕກຕ່າງກັນດ້ານໂພຊະນາການ ບໍ່ວ່າຈະເປັນການແກ້ໄຂສຸຂາພິບານຂັ້ນພື້ນຖານ, ການປັບປຸງດ້ານສຸຂະອະນາໄມ ແລະ ສາມາດຊ່ວຍຫຼຸດອັດຕາການຈ່ອຍຜອມຂອງເດັກນ້ອຍລາວລົງໄດ້ເຖິງ 50%. ການວິເຄາະສະແດງໃຫ້ເຫັນວ່າ ປັດຈຸບັນນີ້ມີຫຼາຍກວ່າ 1 ໃນ 2 ຂອງຄົວເຮືອນໃນ ສປປ ລາວ ຍັງຂາດການບໍລິການດ້ານສຸຂະອະນາໄມຂັ້ນພື້ນຖານ ແລະ ຫຼາຍກວ່າ 2 ໃນ 3 ຂອງເດັກນ້ອຍລາວ (71,6%) ດື່ມນໍ້າທີ່ມີການປົນເປື້ອນຂອງເຊື້ອ Escherichia coli (E. coli) ໃນລະດັບສູງ. ແລະ ນອກນັ້ນ, ພາວະການຂາດອາຫານເຮັດໃຫ້ສູນເສຍລວມຍອດຜະລິດຕະພັນພາຍໃນປະເທດຕໍ່ປີເຖິງ 2,66% ໃນ ສ ປປ ລາວ ແລະ ມູນຄ່າການໃຊ້ຈ່າຍວຽກງານໂພຊະນາການທັງໝົດຂອງປະເທດ ແມ່ນ 204,2 ລ້ານໂດລາສະຫະລັດ, ໃນນັ້ນ 19,1 ລ້ານ (9%) ມາຈາກແຫຼ່ງທຶນພາຍໃນ ແລະ ເຫຼືອນັ້ນ 184,8 ລ້ານ (91%) ແມ່ນມາຈາກທຶນຊ່ວຍເຫຼືອຂອງສາກົນ ໂດຍຜ່ານຄູ່ຮ່ວມພັດທະນາ. ເຊັ່ນດຽວກັນກັບບັນດາຫຼັກຖານດ້ານໂພຊະນາການຂອງສາກົນ ທີ່ໄດ້ສະແດງໃຫ້ເຫັນວ່າ ໃນການລົງທຶນເຂົ້າໃນດ້ານໂພຊະນາການທຸກໆ 1 ໂດລາສະຫະລັດ ປະເທດຈະໄດ້ຮັບຜົນຕອບແທນຄືນເຖິງ 16 ໂດລາສະຫະລັດ.
ທ່ານ ນາງ Ina MARČIULIONYTĖ, ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈໍາ ສປປ ລາວ ໄດ້ກ່າວມີຄຳເຫັນຕໍ່ກອງປະຊຸມວ່າ: “ການເພີ່ມທຶນພາກລັດໃຫ້ແກ່ວຽກງານໂພຊະນາການແມ່ນສຳຄັນຫຼາຍ ເພື່ອເຮັດໃຫ້ຜົນສຳເລັດໃນຊຸມປີຜ່ານມາໃຫ້ມີຄວາມຍືນຍົງ, ການດໍາເນີນງານຂອງແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການໃໝ່ (2021-2025) ໄດ້ຮຽກຮ້ອງໃຫ້ມີຄວາມມຸ່ງໝັ້ນ ແລະ ການລົງທຶນ ທີ່ເຂັ້ມແຂງຂຶ້ນ ເພື່ອໃຫ້ບັນລຸເປົ້າໝາຍທີ່ວາງໄວ້”.
ທ່ານ ນາງ Dr Pia BRITTO, ຕາງໜ້າອົງການສະຫະປະຊາຊາດສໍາລັບເດັກ ປະຈໍາ ສປປ ລາວ ກໍ່ໄດ້ມີຄໍາເຫັນຕໍ່ກອງປະຊຸມຕື່ມອີກວ່າ: “ຂະນະທີ່ ສປປ ລາວ ໄດ້ກະກຽມໃນການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ (LDC) ໃນປີ 2026 ຕ້ອງໄດ້ເພີ່ມຄວາມພະຍາຍາມຫຼາຍຂຶ້ນ ໃນການຕອບສະໜອງຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຄວາມຕ້ອງການດ້ານໂພຊະນາການຂອງເດັກນ້ອຍ ແລະ ແມ່ຍິງ ຊຶ່ງຈຳເປັນຕ້ອງໄດ້ມີການຮັບການຮ່ວມມືຢ່າງກວ້າງຂວາງຈາກຫຼາຍຂະແໜງການ ແລະ ຢ່າງຮອບດ້ານ ເພື່ອຮັບປະກັນການປັບປຸງຕົ້ນທຶນມະນຸດທີ່ຈຳເປັນຂອງ ສປປ ລາວ, ນັ້ນກໍ່ຄືລູກຫຼານຂອງພວກເຮົາ ຊຶ່ງຕ້ອງຮັບປະກັນວ່າ ພວກເຂົາສາມາດຈະມີທ່າແຮງໃນການຈະເລີນເຕີບໂຕໄດ້ຢ່າງເຕັມສ່ວນ ໃນສະພາບແວດລ້ອມທີ່ປອດໄພ ແລະ ມີສຸຂະພາບທີ່ດີ”.