ໜ່ວຍງານວິເຄາະຂໍ້ມູນ ໄດ້ຈັດກອງປະຊຸມເຜີຍແຜ່ຜົນການຄົ້ນຄ້ວາຂອງໂຄງການ NIPN ໃຫ້ແກ່ນັກຮຽນນັກສຶກສາທີ່ສູນຝຶກອົບຮົມຮັກສາສຸຂະພາບຂັ້ນຕົ້ນແຂວງສາລະວັນ ໃນວັນທີ 17 ມັງກອນ 2024 ທີ່ຜ່ານມາ. ການເຜີຍແຜ່ດັ່ງກ່າວ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ປອ.ສິດທິຣົດ ຣາຊະພົນ, ຫົວໜ້າສະຖາບັນຄົ້ນຄວ້າວິໄຈການພັດທະນາ, ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ດຣ. ຄຳມ່ວນ ແກ້ວຂາວ ຫົວໜ້າ ສູນຝຶກອົບຮົມຮັກສາສຸຂະພາບຂັ້ນຕົ້ນແຂວງສາລະວັນ ເຊິ່ງເປົ້າຫມາຍຕົ້ນຕໍຂອງການເຜີຍແຜ່ ໃນຄັ້ງນີ້ ແມ່ນເພື່ອເພີ່ມທະວີຄວາມເຂົ້າໃຈຂອງນັກຮຽນ, ນັກສຶກສາກ່ຽວກັບການຄົ້ນຄວ້າທາງດ້ານໂພຊະນາການແລະເຮັດໃຫ້ພວກເຂົາຮູ້ເຖິງແຫຼ່ງຂໍ້ມູນທາງດ້ານໂພຊະນາການທີ່ມີຢູ່ໃນເວັບໄຊ໊ຂອງໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດທາງດ້ານໂພຊະນາການ ລວມທັງບົດຄົ້ນຄວ້າຕ່າງໆທີ່ກ່ຽວຂ້ອງກັບວຽກງານທາງດ້ານໂພຊະນາການ.
ກອງປະຊຸມວິຊາການດ້ານຄວາມຍືນຍົງ ເເລະ ທິດສະດີການປ່ຽນແປງຂອງໂຄງການ NIPN
ໃນລະຫວ່າງວັນທີ 16-20 ທັນວາ 2024 ທີ່ຜ່ານມານີ້,...