ກອງປະຊຸມເຜີຍແຜ່ຜົນໄດ້ຮັບຂອງໂຄງການ NIPN ໃຫ້ແກ່ຜູ້ແທນສະພາປະຊາຊົນຂັ້ນແຂວງ ພາກເໜືອ ແລະ ພາກກາງທີ່ ແຂວງ ອຸດົມໄຊ.

ມ.ຖ. 10, 2025

ສະຫຼຸບຫຍໍ້ກອງປະຊຸມເຜີຍແຜ່ຜົນໄດ້ຮັບຂອງໂຄງການ ສ້າງຖານຂໍ້ມູນແຫ່ງຊາດດ້ານໂພຊະນາການ (NIPN). ໃຫ້ແກ່ຜູ້ແທນສະພາປະຊາຊົນຂັ້ນແຂວງ ພາກເໜືອ ແລະ ພາກກາງ ທີ່ ພະແນກແຜນການ ແລະ ການລົງທຶນ, ແຂວງ ອຸດົມໄຊ.

ກອງປະຊຸມເຜີຍແຜ່ຜົນໄດ້ຮັບຂອງໂຄງການ NIPN ໃຫ້ແກ່ຜູ້ແທນສະພາປະຊາຊົນຂັ້ນແຂວງ ພາກເໜືອ ແລະ ພາກກາງ ໄດ້ຈັດຂຶ້ນໃນວັນທີ່ 4 ມິຖຸນາ 2025, ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາເຜີຍ ງອນວັນຄໍາ, ກໍາມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນຂັ້ນແຂວງອຸດົມໄຊ, ປະທານກອງປະຊຸມ. ເປັນປະທານຮ່ວມ ໂດຍ ທ່ານ ປອ. ນາງ ແກ້ວວິວອນ ອຸດທະຈັກ, ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ). ກອງປະຊຸມຄັ້ງນີ້ມີ ຜູ້ແທນສະພາປະຊາຊົນຂັ້ນແຂວງ 2 ທ່ານ ແລະ ການນໍາສາທາລະນະສຸກແຂວງ 1 ທ່ານ ຂອງແຕ່ລະແຂວງ ຈາກ 9 ແຂວງ ໄດ້ເຂົ້າຮ່ວມ. ຜູ້ຕາງໜ້າຈາກບັນດາຂະແໜງການຫຼັກ (ສາທາລະນະສຸກ, ກະສິກໍາ, ສຶກສາ, ແຜນການ ແລະ ການເງິນ) ພ້ອມດ້ວຍ ອົງການຈັດຕັ້ງມະຫາຊົນຄື: ສະຫະພັນແມ່ຍິງລາວ, ສູນກາງຊາວໜຸ່ມ ແລະ ສະຫະພັນກຳມະບານລາວ, ຕະຫຼອດເຖິງອົງການທີ່ບໍ່ຂຶ້ນກັບລັດຖະບານ (NGO) ໃນແຂວງເຈົ້າພາບ ກໍໄດ້ເຂົ້າຮ່ວມ. ມີຜູ້ເຂົ້າຮ່ວມທັງໝົດປະມານ 60 ທ່ານ.

ກອງປະຊຸມດັ່ງກ່າວໄດ້ຮັບການອຳນວຍຄວາມສະດວກຈາກບັນດາສະຖາບັນຂັ້ນສູນກາງຄື: ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ), ກະຊວງແຜນການ ແລະ ການລົງທຶນ, ສູນໂພຊະນາການ ພ້ອມທັງ ທີມງານວິເຄາະນະໂຍບາຍ ແລະ ວິເຄາະຂໍ້ມູນ ຂອງໂຄງການສ້າງຖານຂໍ້ມູນແຫ່ງຊາດດ້ານໂພຊະນາການ (NIPN).

ໄດ້ມີການນໍາສະເໜີຫົວຂໍ້ດັ່ງຕໍ່ໄປນີ້ຕໍ່ກອງປະຊຸມ:

  • ຄວາມໝາຍ ຄວາມສໍາຄັນ ຂອງໂພຊະນາການ ແລະ ພາລະບົດບາດຂອງຜູ້ແທນສະພາປະຊາຊົນຂັ້ນແຂວງໃນການສົ່ງເສີມວາລະໂພຊະນາການ ນໍາສະເໜີໂດຍ ທ່ານ ນາງ ອຳພອນ ທອງມະນີໄລ , ພະນັກງານວິຊາການ, ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ (ສຄນສ), ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ). ເພື່ອຢາກເນັ້ນເຖິງ ຄວາມໝາຍ ແລະ ຄວາມສໍາຄັນຂອງໂພຊະນາການ ພ້ອມທັງ ຜົນກະທົບທີ່ຈະຕາມມາ ເນື່ອງຈາກພາວະການຂາດສານອາຫານ. ພວກເຮົາເປັນແກນນໍາສໍາຄັນ ໃນການສົ່ງເສີມວາລະໂພຊະນາການຂອງແຂວງ ໂດຍການ ເຊື່ອມສານວຽກນີ້ເຂົ້າໄປໃນແຜນງານປົກະຕິຂອງບັນດສາຂະແໜງການທີ່ກ່ຽວຂ້ອງໄດ້ແນວໃດ ເພື່ອຄວາມເປັນເຈົ້າການ ແລະ ໃຫ້ວຽກງານມີຄວາມຍືນຍົງ.
  • ພາບລວມໂດຍຫຍໍ້ ແລະ ຜົນສໍາເລັດຂອງໂຄງການ NIPN ແລະ ສາຍວີດີໂອ ໂຄງການ NIPN ນໍາສະເໜີໂດຍ ທ່ານ ວຽງຄອນ ບົວພະຈັນ, ຮອງຫົວໜ້າສະຖາບັນຄົ້ນຄ້ວາວິໄຈການພັດທະນາ, ກະຊວງແຜນການ ແລະ ການລົງທຶນ. ເຊິ່ງເປັນການການນໍາສະເໜີພາບລວມ, ບົດບາດ, ໂຄງຮ່າງກັນຈັດຕັ້ງ ແລະ ຜົນສໍາເລັດ ຂອງໂຄງການ NIPN, ພ້ອມທັງ ສາຍວິດີໂອສັ້ນກ່ຽວກັບໂຄງການ NIPN ໄດ້ນຳສະເໜີໂດຍ ທ່ານ ວຽງຄອນ ບົວພາຈັນ , ຮອງຫົວໜ້າສະຖາບັນຄົ້ນຄ້ວາການພັດທະນາ, ກະຊວງແຜນການ ແລະ ການລົງທຶນ. ພາບລວມຂອງ NIPN, ລວມທັງໂຄງປະກອບການຈັດຕັ້ງ, ບົດບາດ ແລະ ຜົນສໍາເລັດໃນໄລຍະຫຼາຍປີຜ່ານມາ.
  • NIPN ເວບໄຊ໌, ແລະ ສາທິດກ່ຽວກັບກະດານຂ່າວຂອງໂຄງການ NIPN ແລະ ສະພາບໂພຊະນາການໃນຂັ້ນແຂວງ (ຜົນໄດ້ຮັບການຄົ້ນຄ້ວາຂອງ ການສຳຫຼວດດັດຊະນີໝາຍສັງຄົມລາວ, NIPN ແລະການຄົ້ນຄ້ວາອື່ນໆດ້ານໂພຊະນາການ). ການສົມທຽບກັບພາກ / ພາກເໜືອ. ນໍາສະເໜີໂດຍ ທ່ານ ພຸດທະຈັນ ຕົ້ນແພງ, ຫົວໜ້າພະແນກ, ສະຖາບັນຄົ້ນຄ້ວາວິໄຈການພັດທະນາ, ກະຊວງແຜນການ ແລະ ການລົງທຶນ. ເຊິ່ງເປັນ ການວິເຄາະສະພາບໂພຊະນາການໃນຂັ້ນແຂວງໂດຍອີງຕາມ ຜົນການຄົ້ນຄວ້າຈາກການສຳຫຼວດດັດຊະນີໝາຍສັງຄົມລາວ (LSIS) ໃນຄັ້ງທີ່ຜ່ານມາ ໂດຍເນັ້ນໃສ່ຕົວຊີ້ວັດຫຼັກທີ່ຕິດພັນກັບດ້ານໂພຊະນາການ ເພື່ອຈະເປັນຫຼັກຖານອ້າງອີງໃນການວາງແຜນຂອງແຕ່ລະແຂວງໃຫ້ສອດຄ່ອງ.
  • ສະຫຼຸບຜົນໄດ້ຮັບ ປະເດັນສໍາຄັນ ແລະ ຂໍ້ສະ ເໜີແນະນະໂຍບາຍດ້ານໂພຊະນາການຂອງແຂວງ ນໍາສະເໜີໂດຍ ທ່ານ ນາງ ມະລິ ແສງຄໍາຢອງ, ວິຊາການ, ສຄນສ, ສວສສຊ. ເຊິ່ງເປັນການວິເຄາະສະພາບໂພຊະນາການຂອງແຕ່ລະແຂວງ ພ້ອມທັງບັນດາຂໍ້ສະເໜີແນະດ້ານນະໂຍບາຍ ແລະ ແຜນງານ, ເພື່ອເປັນບ່ອນອີງໃນການສ້າງແຜນຈັດຕັ້ງປະຕິບັດໃຫ້ສອດຄ່ອງ. ເຊິ່ງຫົວຂໍ້ດັ່ງກ່າວນີ້ຈະເຊື່ອມໂຍງກັບການເຮັດກິດຈະກໍາກຸ່ມຂອງແຕ່ລະແຂວງ.

ຫຼັງຈາກນັ້ນ, ອານຸຍາດໃຫ້ຜູ້ເຂົ້າຮ່ວມໄດ້ສົນທະນາ ແລະ ປະກອບຄໍາຄິດ-ເຫັນຢ່າງເປີດກ້ວາງ. ໂດຍທົ່ວໄປແລ້ວ, ກໍມີຄວາມເປັນເອກະພາບກັບບົດທີ່ໄດ້ນໍາສະເໜີ  ແລະ ຮັບຮູ້ວ່າ ການແກ້ໄຂພາວະການຂາດສານອາຫານ ຕ້ອງເປັນການຮ່ວມແຮງຮ່ວມໃຈຂອງຫຼາຍຂະແໜງການ ແລະ ຕ້ອງໄດ້ຮັບການສະໜັບສະໜູນຢ່າງຈິງຈັງຈາກລັດຖະບານ ແລະ ບັນດາຜູ້ມີສ່ວນຮ່ວມທັງໝົດ ໃນທຸກຂັ້ນ. ພາວະການຂາດສານອາຫານຍັງ ກ່ຽວຂ້ອງກັບປັດໄຈຕ່າງໆເຊັ່ນ: ເສດຖະກິດ-ສັງຄົມ, ບໍ່ມີການຄໍ້າປະກັນດ້ານສະບຽງອາຫານ, ຄວາມທຸກຍາກ, ການລົງທຶນ, ການເຂົ້າເຖິງການບໍລິການ ດ້ານສຸຂະພາບ/ໂພຊະນາການ ແລະ ການສຶກສາ, ແຮງງານ ຕະຫຼອດເພິງການແຕ່ງງານ ແລະ ການຖືພາກ່ອນໄວ ອັນຄວນ.

ບັນດາຂໍ້ມູນທີ່ມີຫຼັກຖານອ້າງອີງຊັດເຈນ ສະເພາະຂອງແຕ່ລະແຂວງ ຈະມີອິດທິພົນຕໍ່ອໍານາດການປົກຄອງຂັ້ນແຂວງ ກໍຄື ສະພາປະຊາຊົນຂັ້ນແຂວງ ແລະ ບັນດາຜູ້ມີສ່ວນຮ່ວມອື່ນໆ ໃນການສະໜັບສະໜູນວາລະໂພຊະນາການ ເພື່ອປັບປຸງຊີວິດການເປັນຢູ່ທີ່ດີທາງດ້ານໂພຊະນາການຂອງປະຊາຊົນໃນທົ່ວແຂວງຂອງທ່ານ. ທ່ານຍັງມີບົດບາດສຳຄັນ ໃນການແກ້ໄຂບັນຫາເຫຼົ່ານີ້ ແລະ ພິຈາລະນາ ແລະ/ຫຼື ຮັບຮອງເອົາການສະໜັບສະໜູນທຶນ ໃນການເພີ່ມການລົງທຶນ ດ້ານໂພຊະນາການ ໂດຍການເຊື່ອມສານວຽກງານໂພຊະນາການເຂົ້າໃນແຜນພັດທະນາຂອງແຂວງ ຕະຫຼອດເຖິງ ແຜນການຂອງບັນດາຂະແໜງການ ທັງນີ້ກໍແມ່ນເພື່ອຄວາມເປັນເຈົ້າການ ແລະ ໃຫ້ມີຄວາມຍືນຍົງ.

ເພື່ອໃຫ້ໄດ້ຂໍ້ມູນລະອຽດ ແລະ ຄວາມມຸ້ງໝັ້ນຈາກຜູ້ເຂົ້າຮ່ວມ, ຈິ່ງໄດ້ດໍເນີນກິດຈະກໍາກຸ່ມຂອງແຕ່ລະແຂວງ ໃນການກໍານົດບັນດາກິດຈະກໍາຫຼັກ ເພື່ອຈະສາມາດນໍາໄປຈັດຕັ້ງປະຕິບັດໄດ້ ໂດຍອີງໃສ່ ບັນຫາຫຼັກ ແລະ ຂໍ້ສະເໜີແນະນະໂຍບາຍດ້ານໂພຊະນາການຂອງແຂວງສະເພາະ. ນອກຈາກ ການກຳນົດແຜນການດຳເນີນງານແລ້ວ, ຍັງໄດ້ລະບຸກອບເວລາ ແລະ ພາກສ່ວນທີ່ຮັບຜິດຊອບ ໂດຍອີງໃສ່ 3 ຂົງເຂດຫຼັກເຊັ່ນ: ສະພາບແວດລ້ອມທີ່ເອື້ອອໍານວຍ, ໂພຊະນາການທາງກົງ ແລະ ໂພຊະນາການທາງອ້ອມ ສຳລັບແຕ່ລະແຂວງ. ຫຼັງຈາກນັ້ນ ແມ່ນການນຳສະເໜີຜົນໄດ້ຮັບຂອງກຸ່ມ.

ພ້ອມກັນນັ້ນ, ຍັງໄດ້ນໍາສະເໜີ ບາດກ້າວໃນຕໍ່ໜ້າ / ສິ່ງສໍາຄັນທີ່ຄວນຈົດຈໍາ / ການນໍາໄປຈັດຕັ້ງປະຕິບັດ ໂດຍ ທ່ານ ອຸສະຫວັນ ທ່ຽງເທບວົງສາ, ຫົວໜ້າ ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ (ສຄນສ), ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ເພື່ອກະຕຸ້ນໃຫ້ຜູ້ເຂົ້າຮ່ວມ ໃຫ້ບຸລິມະສິດແກ່ວຽກງານໂພຊະນາການ. ເຊິ່ງມີລະລະອຽດດັ່ງຕໍ່ໄປນີ້:

  • ເພີ່ມທະວີການລົງທຶນໃນບັນດາໂຄງການທີ່ມີຄວາມອ່ອນໄຫວດ້ານໂພຊະນາການ ແລະ ສະເພາະ.
  • ການເຊື່ອມໂຍງຕົວຊີ້ວັດດ້ານໂພຊະນາການ ໃນການສໍາຫຼວດດ້ານ ສາທາລະນະສຸກ, ສຶກສາ, ກະສິກໍາ ແລະ ຄວາມທຸກຍາກ ໃນວົງກ້ວາງຂຶ້ນ ຕະຫຼອດເຖິງ ແຜນການ 5 ປີຂອງແຂວງ, ແຜນງານຂອງຂະແໜງການ ແລະ ແຜນການ ແລະ ງົບປະມານຂອງແຂວງ ໃຫ້ສອດຄ່ອງກັບ ຍຸດທະສາດແຫ່ງຊາດດ້ານໂພຊະນາການ ແລະ ແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ (NPAN).
  • ເສີມສ້າງການຄຸ້ມຄອງ ແລະ ການປະສານງານ ດ້ານໂພຊະນາການ ແບບຫຼາຍຂະແໜງການ.
  • ສະໜັບສະໜູນງົບປະມານ ໃຫ້ຂັ້ນແຂວງ ໂດຍສະເພາະແມ່ນການຄົ້ນຄວ້າກ່ຽວກັບບັນດາປັດໄຈຂອງພາວະການຂາດອາຫານໃນທ້ອງຖິ່ນ.
  • ນຳໃຊ້ຂໍ້ມູນ ແລະ ຫຼັກຖານດ້ານໂພຊະນາການ (ຕົວຢ່າງ: ບ່ອນທີ່ມີອັດຕາສູງດ້ານ ພາວະການຂາດອາຫານຊໍາເຮື້ອ, ຮູບແບບການຮັບປະທານອາຫານ, ການແຕ່ງງານກ່ອນໄວອັນຄວນ) ເພື່ອຈະແຈ້ງຂໍ້ມູນໃນການຈັດສັນຊັບພະຍາກອນຢ່າງສະເໝີພາບກັນ ພາຍໃນງົບປະມານຂອງແຂວງ.
  • ຜັກດັນໃຫ້ມີງົບປະມານສະເພາະ ສໍາລັບບັນດາແຜນງານດ້ານໂພຊະນາການທາງອ້ອມ ໃນຂະແໜງ ກະສິກຳ ແລະ ການສຶກສາ ຕະຫຼອດເຖິງ ແຜນງານດ້ານໂພຊະນາການໂດຍກົງຂອງຂະແໜງສາທາລະນະສຸກ.
  • ນະໂຍບາຍສະໜັບສະໜູນ ທີ່ໄດ້ເຊື່ອມກິດຈະກໍາ ການສື່ສານເພື່ອປ່ຽນແປງພຶດຕິກໍາທາງສັງຄົມ (SBCC) ເຂົ້າໃນໂຮງຮຽນ, ສຸກສາລາ ແລະ ໂຄງການອື່ນໆທີ່ມີຢູ່.

ທ່ານປະທານຮ່ວມໄດ້ສະຫຼຸບວ່າ ເຖິງວ່າພວກເຮົາຈະມີການຮ່ວມມືກັນທີ່ດີແລ້ວກໍຕາມ  ແຕ່ການແກ້ໄຂບັນຫາໂພຊະນາການຈະຕ້ອງໄດ້ເສີມສ້າງດ້ານການຕິດຕາມ, ກວດກາ ແລະ ສະໜັບສະໜູນ ໃນການວາງແຜນໃຫ້ເປັນຮູບປະທໍາຫຼາຍຂຶ້ນ, ຕ້ອງມີແຫຼ່ງຊັບພະຍາກອນມະນຸດ ແລະ ງົບປະມານ ແລະ ຄວາມຮັບຜິດຊອບ ໃນທຸກຂະແໜງການ.

ໃນທ້າຍນີ້, ທ່ານປະທານໄດ້ເນັ້ນຕື່ມວ່າ: ເພື່ອເຮັດໃຫ້ກອງປະຊຸມເຜີຍແຜ່ຄັ້ງນີ້ມີປະສິດຕິຜົນ ແລະ ບັນລຸເປົ້າໝາຍສູງສຸດ, ຕ້ອງຮັບປະກັນວ່າໂພຊະນາການທີ່ສໍາຄັນ ໄດ້ເຊື່ອມສານເຂົ້າໃນແຜນການ 5 ປີ ຂອງແຂວງ ເພື່ອສົ່ງເສີມໂພຊະນາການໃນທົ່ວແຂວງ ພ້ອມທັງ ປັບປຸງກົນໄກການປະສານງານແບບຫຼາຍຂະແໜງການໃຫ້ດີຂຶ້ນ. ຂໍຂອບໃຈຜູ້ເຂົ້າຮ່ວມທຸກທ່ານທີ່ສະລະເວລາ ແລະ ທຸ້ເທຄວາມພະຍາຍາມຂອງທ່ານໃນການປະກອບຄໍາຄິດ-ຄໍາເຫັນ, ພ້ອມທັງ EU ແລະ UNICEF ໃນການສະໜັບສະໜູນກອງປະຊຸມຄັ້ງນີ້.

Related posts