ກອງປະຊຸມໄລຍະຫັນປ່ຽນຂອງໂຄງການສ້າງຖານຂໍ້ມູນແຫ່ງຊາດດ້ານໂພຊະນາການ (NIPN) ສປປ ລາວ
“ຜົນປະໂຫຍດຂອງ NIPN ໄລຍະ 1 ໃຫ້ຍືນຍົງ ເພື່ອຜົນກະທົບສູງສຸດ”
ໜ່ວຍງານວິຄາະນະໂຍບາຍ (Policy Analysis Unit (PAU)) ແລະ ໜ່ວຍງານວິເຄາະຂໍ້ມູນ (Data Analysis Unit (DAU)) ຂອງໂຄງການສ້າງຖານຂໍ້ມູນແຫ່ງຊາດດ້ານໂພຊະນາການ (NIPN) ໄດ້ຈັດກອງປະຊຸມໄລຍະຂ້າມຜ່ານ 2 ວັນຢູ່ເມືອງວັງວຽງ, ແຂວງວຽງຈັນ ແຕ່ວັນທີ່ 31 ພຶດສະພາ ເຖິງ ວັນທີ່ 1 ມິຖຸນາ 2022. ກອງປະຊຸມແມ່ນຕ້ອງການໃຫ້ຮັບປະກັນຄວາມລາບລື່ນໃນການຫັນປ່ຽນລະຫວ່າງ NIPN ໄລຍະ 1 ແລະ ໄລຍະ 2. ເຊິ່ງໄດ້ເປີດໂອກາດໃນການຖອດຖອນບົດຮຽນ, ແລະ ເລີ່ມປຶກສາຫາລືກັບບັນດາແຂວງໃນພາກເໜືອ, ພາກກາງ ແລະ ພາກໃຕ້ຂອງ ສປປ ລາວ ກ່ຽວກັບການຜັນຂະຫຍາຍ ແລະ ເປີດຕົວໂຄງການ NIPN ໄລຍະທີ 2 ຢູ່ຂັ້ນທ້ອງຖິ່ນ.
ກອງປະຊຸມດັ່ງກ່າວໄດ້ຮ່ວມກັນເປີດໂດຍ ທ່ານ ນາງ ສີສົມບູນ ອຸນາວົງ, ຫົວໜ້າກົມພົວພັນສາກົນ, ກະຊວງແຜນການ ແລະ ການລົງທຶນ ພ້ອມທັງເປັນ ກອງເລຂາຄະນະຊີ້ນຳໂຄງການ NIPN, ແລະ ທ່ານ ວັດທະນາ ອາຕານາພອນ, ຜູ້ຈັດການໂຄງການຂອງຄະນະຜູ້ແທນສະຫະພາບເອີຣົບ ປະຈຳ ສປປ ລາວ, ແລະ ທ່ານ ນາງ Maryam Abdu, ຫົວໜ້າພະແນກນະໂຍບາຍສັງຄົມ, ອົງການສະຫະປະຊາຊາດສໍາລັບເດັກປະຈໍາ ສປປ ລາວ.
ແຂກເຂົ້າຮ່ວມປະກອບດ້ວຍບັນດາຜູ້ວາງນະໂຍບາຍຂັ້ນສູງຈາກບັນດາແຂວງ ພ້ອມດ້ວຍພະນັກງານ, ແລະ ທີມງານ PAU ແລະ DAU. ທ່ານ ດຣ. Ingo Neu ຈາກ Capacity 4 Nutrition (C4N) ເປັນຜູ້ອໍານວຍຄວາມສະດວກໃນກອງປະຊຸມ 2 ວັນນີ້.
“ຄວາມຄິດລິເລີ່ມຂອງ NIPN ເຮັດໃຫ້ພວກເຮົາມີໂອກາດທີ່ດີເລີດໃນການເສີມຂະຫຍາຍຄວາມສາມາດຂອງສະຖາບັນກ່ຽວກັບການສ້າງຂໍ້ມູນ, ການວິເຄາະ, ແລະ ນໍາໃຊ້ຂໍ້ມູນເພື່ອມີອິດທິພົນຕໍ່ນະໂຍບາຍ ແລະ ຜູ້ວາງນະໂຍບາຍໃນ ສປປ ລາວ. ໃນ 4 ປີທີ່ຜ່ານມາ, NIPN ປະສົບຜົນສໍາເລັດໃນດ້ານນີ້” ກ່າວໂດຍ ທ່ານ ນາງ Maryam Abdu, UNICEF.
“ດັ່ງທີ່ພວກເຮົາສະທ້ອນເຖິງອະດີດໃນ 2 ວັນຂ້າງໜ້ານີ້, ຂໍໃຫ້ເອົາປະສົບການ ແລະ ບົດຮຽນທີ່ພວກເຮົາມີນໍາກັນ ໃນການນໍາພາພວກເຮົາໄປສູ່ໄລຍະຕໍ່ໄປຂອງ NIPN ເພື່ອຈະເຮັດໃຫ້ຜົນໄດ້ຮັບ ແລະ ຜົນກະທົບທີ່ຫຼາຍຂຶ້ນ.” ກ່າວໂດຍ ທ່ານ ນາງ ສີສົມບູນ ອຸນາວົງ, ກະຊວງແຜນການ ແລະ ການລົງທຶນ.
ໃນຊຸມປີທີ່ຜ່ານມາ, ຂະບວນການຂອງ NIPN ໄດ້ຮັບການຈັດຕັ້ງຂຶ້ນໂດຍນໍາໃຊ້ກົນໄກການປະສານງານແບບຫຼາຍຂະແໜງການດ້ານໂພຊະນາການທີ່ມີຢູ່ໃນປະເທດ. ຄວາມອາດສາມາດຂອງພະນັກງານ ແລະ ບັນດາຂະແໜງການຂອງລັດໄດ້ຮັບການປັບປຸງກ່ຽວກັບການວິເຄາະຂໍ້ມູນ ແລະ ນະໂຍບາຍດ້ານໂພຊະນາການ ພ້ອມທັງສ້າງຫຼັກຖານສໍາລັບນະໂຍບາຍ ແລະ ແຜນງານດ້ານໂພຊະນາການ. ການຮ່ວມງານຂອງກະດານຂ່າວຖານຂໍ້ມູນທາງເວັບໄຊ໌ ໄດ້ຖືກສ້າງຂຶ້ນເພື່ອຕິດຕາມຜົນໄດ້ຮັບ ແລະ ການລົງທຶນດ້ານໂພຊະນາການ ພ້ອມທັງ ການສະໜອງຂໍ້ມູນທີ່ເຊື່ອຖືໄດ້ສໍາລັບຜູ້ມີສ່ວນຮ່ວມດ້ານໂພຊະນາການ.
ໂຄງການໄລຍະ 2 ແມ່ນສົ່ງເສີມການຮ່ວມມືກັບບັນດາສະຖາບັນຂອງລັດ ທີ່ກ່ຽວຂ້ອງກັບການສ້າງຫຼັກຖານ ແລະ ບັນດາສະຖາບັນການສຶກສາຢູ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ. ການເຊື່ອມໂຍງທີ່ເຂັ້ມແຂງກັບໂຄງການທີ່ມີຢູ່ແລ້ວ ແລະ ການລິເລີ່ມອື່ນໆທີ່ໄດ້ຮັບທຶນຈາກສະຫະພາບເອີຣົບຈະຖືກສຶກສາ ເພື່ອການຮ່ວມມື ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ. ເຊິ່ງຈະເພີ່ມຜົນຜະລິດສູງສຸດ ແລະ ສ້າງຄວາມໝັ້ນໃຈໃນການເຮັດວຽກຮ່ວມກັນ ໃນການສະໜັບສະໜູນ ແລະ ການເສີມສ້າງລະບົບ ຂອງວຽກງານໂພຊະນາການໃນປະເທດ.