ກອງປະຊຸມ ດ້ານໂພຊະນາການແຫ່ງຊາດ ຄັ້ງທີ X ແລະ ກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານໂພຊະນາການ ປະຈຳປີ 2024 ໄດ້ຈັດຂຶ້ນໃນວັນທີ 18 ມີນາ 2025 ພາຍໃຕ້ການເປັນປະທານຂອງ ພະນະທ່ານ ສຈ. ປອ. ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ປະທານຄະນະກໍາມະການແຫ່ງຊາດ ດ້ານໂພຊະນາການ. ມີເຂົ້າຮ່ວມກອງປະຊຸມຫຼາຍກວ່າ 350 ທ່ານ (ມີໜ້າເຂົ້າຮ່ວມ 217 ແລະ ຮ່ວມທາງໄກ 136), ລວມມີ ທ່ານ ປອ ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ, ຮອງປະທານຄະນະກຳມະການແຫ່ງຊາດໂພຊະນາການ, ທ່ານ Bilal Aurang Zeb Durrani, ຜູ້ຕາງໜ້າ ອົງການສະຫະປະຊາດສໍາລັບເດັກ ປະຈໍາ ສປປ ລາວ ແລະ ປະທານຮ່ວມ ຂອງຄູ່ຮ່ວມພັດທະນາ ດ້ານການຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ, ມີບັນດາຕາງໜ້າການນໍາພາກລັດຖະບານ, ຜູ້ຕາງໜ້າການນໍາຂັ້ນແຂວງ, ອົງການສະຫະປະຊາຊາດ, ສະຖາບັນສອງຝ່າຍເຊັ່ນ: ທະນາຄານໂລກ, ທະນາຄານພັດທະນາອາຊີ, ສະຖານທູດ, ສູນກາງສະຫະພັນແມ່ຍິງລາວ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະຖາບັນການສຶກສາ, ອົງການຈັດຕັ້ງສາກົນຕ່າງໆ, ທຸລະກິດ, ສັງຄົມພົນລະເຮືອນ ແລະ ອື່ນໆ.
ຫົວຂໍ້ກອງປະຊຸມປີນີ້ແມ່ນ “ການສະໜອງທຶນໃສ່ວຽກງານໂພຊະນາການ ເພື່ອຮີບຮ້ອນໃຫ້ມີການຈັດຕັ້ງປະຕິບັດແບບເລັ່ງລັດ“. ຂໍ້ມູນໂພຊະນາການທີ່ໜ້າເຊື່ອຖື ເປັນກຸນແຈສໍາລັບນະໂຍບາຍ ແລະ ແຜນງານ ໂດຍອີງໃສ່ຫຼັກຖານ ໃນການແກ້ໄຂບັນຫາພາວະການຂາດສານອາຫານ.
ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ (ສຄນສ), ສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມ (ສຄພ), ກະຊວງແຜນການ ແລະ ການລົງທຶນ (MPI) ໂດຍໄດ້ຮັບການສະໜັບສະໜູນຂອງໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN) ທີ່ມີບົດບາດສໍາຄັນໃນການສ້າງຫຼັກຖານ, ການວິເຄາະ ແລະ ແປຫຼັກຖານ ເຂົ້າໃສ່ນະໂຍບາຍ ແລະ ແຜນງານ.
ໃນກອງປະຊຸມນີ້ ທ່ານ ປອ ນາງ ແກ້ວວິວອນ ອຸດທະຈັກ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ (ສວສສຊ) ໄດ້ນໍາສະເໜີລາຍລະອຽດກ່ຽວກັບ “ການນໍາໃຊ້ຂໍ້ມູນ ແລະ ຫຼັກຖານໃນການສ້າງແຜນງານທາງດ້ານໂພຊະນາການ”.
ທ່ານ ຍັງໄດ້ຍົກໃຫ້ເຫັນ ຄວາມໝາຍ ຄວາມສໍາຄັນຂອງໂພຊະນາການ, ບັນດາຂໍ້ມູນໂພຊະນາການທີ່ສຳຄັນ, ຜົນກະທົບຂອງພາວະການຂາດສານອາຫານ ແລະ ຂໍ້ສະເໜີແນະນໍາທີ່ສໍາຄັນ ໃນບາດກ້າວໃນຕໍ່ໜ້າ.
ທ່ານ ຮອງປະທານ ສວສສຊ ໄດ້ເນັ້ນໃສ່ການລົງທຶນ ໃນຊ່ວງປ່ອງແຫ່ງໂອກາດໄລຍະ 1,000 ວັນທຳອິດຂອງຊີວິດ. ທ່ານໄດ້ເນັ້ນໜັກວ່າ ໃນຊ່ວງທີ່ເດັກນ້ອຍຮອດອາຍຸ 2 ປີ, ສະໝອງຈະເລີນເຕີບໂຕໄດ້ 75% ຂອງຂະໜາດເຕັມສ່ວນຂອງຜູ້ໃຫຍ່ ພ້ອມທັງ ມີການເຊື່ອມຕໍ່ທາງເສັ້ນປະສາດກວ່າ 1 ລ້ານເສັ້ນຕໍ່ວິນາທີ ເຊິ່ງມີຄວາມສໍາຄັນໃນການຮັບ, ການວິເຄາະ ແລະ ການສົ່ງສັນຍານໃນສະໝອງ. ສະນັ້ນ, ຊ່ວງອາຍຸນີ້ຈຶ່ງເປັນໂອກາດສູງ ເພື່ອຈະສະໜອງອາຫານໃຫ້ແມ່ ແລະ ລູກນ້ອຍໃຫ້ພຽງພໍ ເພື່ອຫຼີກລ່ຽງພາວະລວງສູງບໍ່ໄດ້ມາດຕະຖານ ທາງດ້ານຮ່າງກາຍ ແລະ ຈິດໃຈ ແລະ ເພື່ອໃຫ້ມີສຸຂະພາບເຂັ້ມແຂງ ແລະ ສົມບູນເມື່ອເຕີບໂຕເປັນຜູ້ໃຫຍ່.
ທ່ານ ຍັງໄດ້ແບ່ງປັນຜົນໄດ້ຮັບທີ່ສໍາຄັນຈໍານວນໜຶ່ງຈາກການສໍາຫຼວດດັດຊະນີໝາຍສັງຄົມຂອງລາວ (LSIS) ສະແດງໃຫ້ເຫັນທ່າອ່ຽງທີ່ສໍາຄັນຂອງ ພາວະການຂາດສານອາຫານຂອງເດັກນ້ອຍໃນ ສປປ ລາວ. ໃນລະຫວ່າງປີ 2017 ຫາ 2023, ອັດຕາພາວະລວງສູງບໍ່ໄດ້ມາດຕະຖານຍັງຊົງຕົວຢູ່ທີ່ 33%, ເຊິ່ງເປັນສັນຍານ ຊີ້ໃຫ້ເຫັນວ່າຍັງມີຄວາມທ້າທາຍຢ່າງຕໍ່ເນື່ອງ. ພາວະຈ່ອຍຜອມມີທ່າອຽງເພີ່ມຂຶ້ນເທື່ອລະກ້າວຈາກ 6% ໃນປີ 2011 ເປັນ 9% ໃນປີ 2017, ແລະ ເພີ່ມຂຶ້ນເປັນ 11% ໃນປີ 2023, ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມກັງວົນທີ່ເພີ່ມຂຶ້ນຕໍ່ກັບພາວະການຂາດສານອາຫານ. ໃນທາງກັບກັນ, ອັດຕາພາວະນ້ຳໜັກບໍ່ໄດ້ມາດຕະຖານ ໄດ້ເພີ່ມຂຶ້ນຈາກ 21% ໃນປີ 2017 ເປັນ 24% ໃນປີ 2023.
ຜົນໄດ້ຮັບເຫຼົ່ານີ້ຊີ້ໃຫ້ເຫັນເຖິງຄວາມສໍາຄັນຂອງການຈັດບູລິມະສິດດ້ານໂພຊະນາການ ໃນວາລະການການສ້າງແຜນເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ່ 10 ເພື່ອແກ້ໄຂສິ່ງທ້າທາຍທີ່ຍັງຄົງຄ້າງ ແລະ ເພີ່ມຂຶ້ນ ຂອງພາວະການຂາດສານອາຫານຂອງເດັກນ້ອຍ. ທ່ານ ຍັງກ່າວຕື່ມອີກວ່າ ຜົນໄດ້ຮັບສະແດງໃຫ້ເຫັນຄວາມແຕກຕ່າງກັນຢ່າງຫຼວງຫຼາຍຂອງຕົວຊີ້ວັດດ້ານໂພຊະນາການໃນທົ່ວພາກ ແລະ ບັນດາຊົນເຜົ່າ. ດັ່ງນັ້ນ, ວິທີການມີເປົ້າໝາຍແບບໜຶ່ງດຽວ ອາດມີຄວາມຈໍາເປັນເພື່ອແກ້ໄຂບັນຫາ.
ໂດຍອ້າງອີງໃສ່ ຄ່າໃຊ້ຈ່າຍຂອງພາວະການຂາດສານອາຫານ ໂດຍສະເພາະແມ່ນ ພາວະລວງສູງບໍ່ໄດ້ມາດຕະຖານໃນ ສປປ ລາວ, ທ່ານໄດ້ແຈ້ງໃຫ້ຊາບວ່າ ພາວະການຂາດສານອາຫານ ໂດຍສະເພາະ ແມ່ນ ພາວະລວງສູງບໍ່ໄດ້ມາດຕະຖານ ມີຜົນກະທົບຢ່າງຫຼວງຫຼາຍ ຕໍ່ອະນາຄົດຂອງຊາດ. ໃນປີ 2020 ຄາດວ່າເດັກທີ່ເກີດໃນ ສປປ ລາວ ເມື່ອເຕີບໃຫຍ່ຂຶ້ນ ຈະມີຄວາມສາມາດໃນການຜະລິດຫຼຸດລົງເຖິງ 54% ເມື່ອທຽບກັບເດັກນ້ອຍທີ່ສໍາເລັດການສຶກສາ ແລະ ມີສຸຂະພາບທີ່ສົມບູນ.
ພາລະດ້ານເສດຖະກິດຂອງພາວະການຂາດສານອາຫານແມ່ນໜັກໜ່ວງ, ດ້ວຍມູນຄ່າຄາດຄະເນປະມານ 482 ລ້ານໂດລາສະຫະລັດຕໍ່ປີ, ຊຶ່ງກວມເອົາ 2.7% ຂອງ GDP ຂອງປະເທດ. ໃນນັ້ນ, 212 ລ້ານໂດລາ (1.2% ຂອງ GDP) ແມ່ນຕິດພັນໂດຍກົງກັບພາວະລວງສູງບໍ່ໄດ້ມາດຕະຖານ ແລະ ພາວະເລືອດຈາງຂອງເດັກນ້ອຍ. ເຊິ່ງໄດ້ເນັ້ນເຖິງມີຄວາມຕ້ອງປັບປຸງການດ້ານໂພຊະນາການໃຫ້ດີຂຶ້ນຢ່າງຮີບດ່ວນ ເຊິ່ງບໍ່ພຽງແຕ່ຈະສົ່ງເສີມສຸຂະພາບຂອງເດັກນ້ອຍເທົ່ານັ້ນ ແຕ່ຍັງສົ່ງເສີມການເຕີບໂຕດ້ານເສດຖະກິດຂອງທົ່ວປະເທດໂດຍລວມ.
ທ່ານ ຮອງປະທານ ສວສສຊ, ການລົງທຶນດ້ານໂພຊະນາການທີ່ດີໃນໄລຍະ 1000 ວັນທຳອິດຂອງຊີວິດຂອງເດັກແມ່ນເປັນພື້ນຖານໃຫ້ແກ່ການພັດທະນາສະໝອງຂອງພວກເຂົາ, ເຊິ່ງເປັນກຸນແຈສຳຄັນຕໍ່ການເຕີບໂຕ ແລະ ປະສົບຜົນສຳເລັດຂອງປະເທດ.
ເມື່ອເດັກນ້ອຍໄດ້ຮັບໂພຊະນາການທີ່ເໝາະສົມແຕ່ຍັງນ້ອຍ, ພວກເຂົາຈະມີຜົນການຮຽນທີ່ດີຂຶ້ນ, ໄດ້ຮັບຄ່າຈ້າງສູງກວ່າເມື່ອເຕີບໂຕເປັນຜູ້ໃຫຍ່ ແລະ ມີໂອກາດທີ່ຈະຫຼຸດພົ້ນອອກຈາກຄວາມທຸກຍາກ. ໂດຍສຸມໃສ່ດ້ານໂພຊະນາການ, ພວກເຮົາຈະສ້າງອະນາຄົດທີ່ສົດໃສ, ສຸຂະພາບດີຂຶ້ນສໍາລັບທຸກຄົນ ແລະ ຊ່ວຍໃຫ້ປະເທດຊາດເຕີບໃຫຍ່ທາງດ້ານເສດຖະກິດ.
ໃນຕອນທ້າຍ ທ່ານ ໄດ້ສະເໜີບາງຂໍ້ສະເໜີແນະທີ່ສຳຄັນໃນການແກ້ໄຂບັນຫາພາວະການຂາດສານອາຫານຢູ່ ສປປ ລາວ ເຊິ່ງລວມມີ ເພີ່ມທະວີການຄຸ້ມຄອງ ເເລະ ການປະສານງານ ວຽກງານໂພຊະນາການແບບຫຼາຍຂະແໜງການ; ເພີ່ມງົບປະມານພາຍໃນ ເເລະ ຈັດຫາເເຫຼ່ງທຶນສຳລັບວຽກງານໂພຊະນາການ; ນຳໃຊ້ຂໍ້ມູນສຳລັບການວາງແຜນທາງດ້ານໂພຊະນາການໂດຍອີງໃສ່ຫຼັກຖານ; ສົ່ງເສີມມາດຕະການດ້ານໂພຊະນາການຂອງແມ່ ແລະ ເດັກ ທີ່ມີຜົນກະທົບສູງ ໃນຊ່ວງ 1000 ວັນທຳອິດຂອງຊີວິດ, ແລະ ການປະຕິບັດແຜນງານແບບຫຼາຍຂະແໜງການ ເພື່ອການພັດທະນາແຜນງານໂພຊະນາການທາງອ້ອມ.


