> ກິດຈະກຳ, ຂ່າວການເຄື່ອນໄຫວ > ກອງປະຊຸມ NIPN global gathering ປະຈຳປີ ຄັ້ງທີ 7 ທີ່ນະຄອນຫຼວງລູຊາກາ
ກອງປະຊຸມ NIPN global gathering ປະຈຳປີ ຄັ້ງທີ 7 ທີ່ນະຄອນຫຼວງລູຊາກາ
ກິດຈະກຳ, ຂ່າວການເຄື່ອນໄຫວ | 01/10/2025

ລູຊາກາ, ປະເທດຊຳບີ – ວັນທີ 23 ກັນຍາ 2025 – ກອງປະຊຸມ NIPN global gathering ປະຈຳປີ ຄັ້ງທີ 7 ຂອງ ໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (National Information Platforms for Nutrition – NIPN) ໄດ້ເລີ່ມຂຶ້ນທີ່ນະຄອນຫຼວງລູຊາກາ ດ້ວຍການເນັ້ນໜັກເຖິງຄວາມສຳເລັດໃນໄລຍະຜ່ານມາຂອງໂຄງການດັ່ງກ່າວ ແລະ ຄວາມຈຳເປັນທີ່ສຳຄັນໃນການຮັບປະກັນອະນາຄົດໃນໄລຍະຍາວ.ພາຍໃຕ້ຄໍາຂວັນທີ່ວ່າ: “ທົບທວນຄວາມຄືບໜ້າເພື່ອສືບຕໍ່ຜົນປະໂຫຍດດ້ານໂພຊະນາການ” (Reflecting on Progress to Sustain Nutrition Impact), ກອງປະຊຸມໃນຄັ້ງນີ້ເເມ່ນເຂົ້າຮ່ວມໂດຍຄະນະຜູ້ແທນຈາກບັນດາປະເທດສະມາຊິກຂອງ NIPN, ຜູ້ໃຫ້ທຶນ, ແລະ ຄູ່ຮ່ວມງານດ້ານວິຊາການ ມາຮ່ວມປຶກສາຫາລືກັນກ່ຽວກັບວິທີການຈັດຕັ້ງປະຕິບັດຜົນສຳເລັດຂອງໂຄງການໃຫ້ເປັນລະບົບ ແລະ ຮັບປະກັນຄວາມຄືບໜ້າຢ່າງຕໍ່ເນື່ອງໃນການຕໍ່ສູ້ກັບພາວະຂາດສານອາຫານ.

ຫົວຂໍ້ຫຼັກຂອງການປຶກສາຫາລືໃນກອງປະຊຸມທີ່ລູຊາກາ ແມ່ນການປ່ຽນຜ່ານໄປສູ່ ຮູບແບບທີ່ຍືນຍົງ ແລະ ນໍາພາໂດຍປະເທດທີ່ເປັນເຈົ້າຂອງໂຄງການ ເອງ. ໃນຂະນະທີ່ໄລຍະທີສອງຂອງການສະໜອງທຶນຈາກຜູ້ໃຫ້ທຶນຂອງໂຄງການ NIPN ກຳລັງຈະສິ້ນສຸດລົງ, ຈຸດສຸມແມ່ນການປ່ຽນຜ່ານຍຸດທະສາດຈາກການສະໜັບສະໜູນຈາກພາຍນອກໄປສູ່ການເປັນເຈົ້າຂອງໂດຍປະເທດທີ່ຈັດຕັ້ງປະຕິບັດເອງ. ເຊິ່ງກອງປະຊຸມດັ່ງກ່າວເປັນເວທີໃຫ້ບັນດາປະເທດໄດ້ແລກປ່ຽນບົດຮຽນທີ່ດີທີ່ສຸດກ່ຽວກັບວິທີການຮັບປະກັນການຈັດສັນງົບປະມານແຫ່ງຊາດເພື່ອວຽກງານໂພຊະນາການ, ການເຊື່ອມໂຍງກິດຈະກຳ NIPN ເຂົ້າໃນອົງການຈັດຕັ້ງຂອງປະເທດເຈົ້າພາບ, ແລະ ການສ້າງຄວາມສາມາດຂອງທ້ອງຖິ່ນ ເພື່ອຮັບປະກັນວ່າວຽກງານທີ່ສຳຄັນຂອງການຄຸ້ມຄອງຂໍ້ມູນ ແລະ ການວິເຄາະນະໂຍບາຍຍັງສືບຕໍ່ໄປພາຍຊິ້ນສຸດໂຄງການ.

ກອງປະຊຸມ NIPN global gathering ຄັ້ງທີ 7 ປະກອບມີຕົວແທນຈາກ 9 ປະເທດສະມາຊິກຂອງໂຄງການ NIPN, ເຊິ່ງລວມມີ ເບີກີນາຟາໂຊ່, ກົດດີວົວ, ເອທິໂອເປຍ, ກວາເຕມາລາ, ເຄນຢາ, ລາວ, ນິເຈີ, ອູການດາ, ແລະ ປະເທດເຈົ້າພາບ ຊຳບີ, ພ້ອມດ້ວຍຄູ່ຮ່ວມງານທີ່ສຳຄັນ ເຊັ່ນ: ສະຫະພາບເອີຣົບ (European Union), ສະຖານທູດເຢຍລະມັນ (German Embassy), UNICEF, Micronutrient Forum, ແລະ GIZ

ຕິດຕໍ່ສອບຖາມ

ໜ່ວຍງານວິເຄາະຂໍ້ມູນ
ກົມນະໂຍບາຍເສດຖະກິດ ເເລະ ການເງິນ

ໂທລະສັບ: +856 21 254826
ອີເມລ: contact.cdrlaos@gmail.com

ຂ່າວທີ່ກ່ຽວຂ້ອງ