ການປະເມີນຄວາມອາດສາມາດໃນຂັ້ນເເຂວງ (ພາກເໜືອ)

ພ.ພ. 23, 2023

ເພື່ອສືບຕໍ່ການປະເມີນຄວາມອາດສາມາດຂອງພາກສ່ວນກ່ຽວຂ້ອງຂອງ NIPN ໃນລະດັບແຂວງ ໂດຍສະເພາະໃນເຂດພາກເໜືອ (ແຂວງຜົ້ງສາລີ ແລະ ອຸດົມໄຊ) ໜ່ວຍງານວິເຄາະຂໍ້ມູນ ແລະ ນະໂຍບາຍ ນຳໂດຍ ທ່ານ ສຸຜິດ ດາລາຈັນທຣາ, ທີ່ປຶກສາອາວຸໂສ ສະຖາບັນຄົ້ນຄວ້າວິໄຈການພັດທະນາ,ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ປອ ວິໄລວອນ ພົມມະຈັນ, ຮອງຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ ເເລະ ສັງຄົມ, ພ້ອມດ້ວຍທີມງານທີ່ປຶກສາ ແລະ ຄະນະຮັບຜິດຊອບຫຼັກຂອງໂຄງການ ຈາກໜ່ວຍງານວິເຄາະຂໍ້ມູນ ແລະ ໜ່ວຍງານວິເຄາະນະໂຍບາຍ ໄດ້ເດີນທາງໄປແຂວງຜົ້ງສາລີ ແລະ ອຸດົມໄຊ ໃນລະຫວ່າງວັນທີ 14 ຫາ 20 ພຶດສະພາ 2023 ທີ່ຜ່ານມາເພື່ອດຳເນີນການປະເມີນຄວາມອາດສາມາດຂອງຂະເເໜງການທີ່ກ່ຽວຂ້ອງໃນສອງເເຂວງດັ່ງກ່າວ.

ຈຸດປະສົງຕົ້ນຕໍໃນການເດີນທາງຄັ້ງນີ້ແມ່ນເພື່ອເຮັດວຽກຮ່ວມກັບ 4 ພະແນກການຂອງເເຂວງຄື: ພະແນກແຜນການ ແລະ ການລົງທຶນ, ພະແນກກະສິກໍາ ແລະ ປ່າໄມ້, ພະແນກສຶກສາທິການ ແລະ ກິລາ ແລະ ພະແນກສາທາລະນະສຸກ ເພື່ອປະເມີນຄວາມອາດສາມາດຂອງເຂົາເຈົ້າໃນຂົງເຂດຕ່າງໆ ໂດຍສະເພາະແມ່ນການວິເຄາະຂໍ້ມູນ, ການວິເຄາະທາງດ້ານປະລິມານ ແລະ ຄຸນນະພາບ, ເພື່ອກະກຽມໃຫ້ແກ່ການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ NIPN ໃນໄລຍະທີ 2 ຢູ່ຂັ້ນແຂວງ. ຫຼັງຈາກ​ນັ້ນ, ແຜນ​ການ​ສ້າງ​ຄວາມອາດສາ​ມາດ​ຈະ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ໂດຍ​ອີງ​ໃສ່​ຜົນຂອງການ​ຄົ້ນ​ຄວ້າ​ຈາກ​ການ​ປະ​ເມີນ​ຜົນໃນຄັ້ງ​ນີ້.

Related posts