ການປັບປຸງແຜນທີ່ຂໍ້ມູນໂພຊະນາການແຫ່ງຊາດ (data mapping updates)

​ກ.ກ. 17, 2024

ໜ່ວຍງານວິເຄາະຂໍ້ມູນຂອງໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN) ໄດ້ດຳເນີນການປັບປຸງເເຜນທີ່ຂໍ້ມູນ ໃນລະຫວ່າງວັນທີ 9 – 11 ກໍລະກົດ 2024, ເພື່ອເພີ່ມການເຂົ້າເຖິງບັນດາຖານຂໍ້ມູນ ເເລະ ຕົວຊີ້ວັດທາງດ້ານສຸຂະພາບ ແລະ ໂພຊະນາການໃນທຸກຂະແໜງການ. ການປັບປຸງແຜນທີ່ຂໍ້ມູນໃນຄັ້ງນີ້ເປັນການດຳເນີນຮອບທີສອງໃນຂັ້ນສູນກາງ ແລະ ຂະຫຍາຍໄປສູ່ຂັ້ນແຂວງເປັນຄັ້ງທຳອິດສຳລັບຫົກແຂວງທີ່ຈັດຕັ້ງປະຕິບັດໂຄງການ NIPN (ຜົ້ງສາລີ, ອຸດົມໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ແລະ ເຊກອງ).

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນເປັນເວລາສາມວັນໂດຍການເຂົ້າຮ່ວມຂອງພາກສ່ວນທີ່ກ່ຽວຂ້ອງຈາກຂັ້ນສູນກາງ ແລະ ຂັ້ນແຂວງເຊິ່ງລວມມີຂະແໜງການຕ່າງໆເຊັ່ນ: ສາທາລະນະສຸກ, ສຶກສາທິການ ເເລະ ກິລາ, ກະສິກຳ, ແລະ ແຜນການ. ກອງປະຊຸມເເມ່ນເນັ້ນໃສ່ການປັບປຸງແຜນທີ່ຂໍ້ມູນທີ່ມີຢູ່ແລ້ວ ແລະ ກຳນົດຖານຂໍ້ມູນທີ່ນຳໃຊ້ໂດຍຂະແໜງການທັງໃນລະດັບສູນກາງ ແລະ ຂັ້ນແຂວງ. ນອກຈາກນັ້ນ, ການປັບປຸງເເຜນທີ່ຂໍ້ມູນນີ້ຍັງໄດ້ເນັ້ນໃສ່ການປັບປຸງກຸ່ມຕົວຊີ້ວັດດ້ານໂພຊະນາການທາງກົງ, ຕົວຊີ້ວັດໂພຊະນາການທາງອ້ອມ, ແລະ ຕົວຊີ້ວັດສະພາບແວດລ້ອມທີ່ເອື້ອອຳນວຍກ່ຽວກັບສຸຂະພາບຂອງແມ່ ແລະ ເດັກ.

ສຳລັບມື້ທີໜຶ່ງຂອງກອງປະຊຸມແມ່ນເນັ້ນໃສ່ການປັບປຸງເເຜນທີ່ຂໍ້ມູນໃນຂັ້ນສູນກາງ, ໂດຍອີງໃສ່ຂໍ້ມູນເບື້ອງຕົ້ນທີ່ໄດ້ດຳເນີນການສ້າງແຜນທີ່ຂໍ້ມູນໃນປີ 2019 ເເລະ ສອງມື້ສຸດທ້າຍຂອງກອງປະຊຸມແມ່ນເນັ້ນໃສ່ການສ້າງແຜນທີ່ຂໍ້ມູນໃນຂັ້ນແຂວງໂດຍການສະໜັບສະໜູນຂອງຜູ້ເຂົ້າຮ່ວມຈາກຂັ້ນສູນກາງ.

ເຊິ່ງວັດຖຸປະສົງຫຼັກຂອງການປັບປຸງແຜນທີ່ຂໍ້ມູນນີ້ແມ່ນເພື່ອລະບຸແຫຼ່ງຂໍ້ມູນ, ຕົວຊີ້ວັດທີ່ກ່ຽວຂ້ອງທາງດ້ານໂພຊະນາການ ເພື່ອເພີ່ມຄວາມຫຼາກຫຼາຍຂອງຂໍ້ມູນຂອງໂຄງການ NIPN ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງເພື່ອໃຫ້ເຂົ້າເຖິງຂໍ້ມູນທີ່ເກັບກຳເປັນປະຈຳ ແລະ ຜ່ານການສຳຫຼວດໄດ້ທັນເວລາ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ປອ ສິດທິຣົດ ຣາຊະພົນ, ຫົວໜ້າສະຖາບັນຄົ້ນຄ້ວາວິໄຈການພັດທະນາ ເເລະ ສູນຝຶກອົບຮົມ ເເລະ ທ່ານ ໂຄວາລານ ກຸມມາຣານ ຜູ້ຊ່ຽວຊານດ້ານໂພຊະນາການຈາກອົງການ ອຸຍນິເຊັບໄດ້ກ່າວວ່າ, ການສ້າງເເລະປັບປຸງແຜນທີ່ຂໍ້ມູນໃນຄັ້ງນີ້ຈະກາຍເປັນການໃຫ້ຂໍ້ມູນທີ່ມີຄຸນຄ່າແກ່ຜູ້ກຳນົດນະໂຍບາຍ, ນັກຄົ້ນຄວ້າ, ແລະ ຜູ້ຈັດຕັ້ງປະຕິບັດໃນຂົງເຂດໂພຊະນາການ ແລະ ເປັນການຊຸກຍູ້ຄວາມພະຍາຍາມໃນການແກ້ໄຂສິ່ງທ້າທາຍທີ່ກ່ຽວຂ້ອງກັບໂພຊະນາການ ແລະ ສະໜັບສະໜູນການຕັດສິນໃຈທາງດ້ານນະໂຍບາຍໂດຍອີງໃສ່ຫຼັກຖານ.