ການຝຶກອົບຮົມກ່ຽວກັບໂພຊະນາການຂັ້ນພື້ນຖານ, ການປະສານງານ ແລະ ເປັນໜຶ່ງດຽວກັນແບບຫຼາຍຂະແໜງການ

ທ.ວ. 18, 2021

ໃນວັນທີ 13-15 ທັນວາ 2021 ທີ່ຫ້ອງປະຊຸມຂອງໂຮງແຮມ ທາດຫຼວງ ດໍ. ໜ່ວຍງານວິເຄາະນະໂຍບາຍ ໄດ້ຈັດການຝຶກອົມຮົມ ໃນຫົວຂໍ້ “ການຝຶກອົບຮົມກ່ຽວກັບໂພຊະນາການຂັ້ນພື້ນຖານ, ການປະສານງານ ແລະ ເປັນໜຶ່ງດຽວກັນແບບຫຼາຍຂະແໜງການ’’. ພາຍໃຕ້ການເປັນປະທານຂອງທ່ານ ປອ ສາຍຄໍາ ວໍລະເດດ ວ່າ ການຫົວໜ້າສູນຄົ້ນຄວ້າວິທະຍາສາດ ແລະ ນະໂຍບາຍເສດຖະກິດ-ສັງຄົມ, ສຄສຊ.

ຈຸດປະສົງຂອງຊຸດອົບຮົມຄັ້ງນີ້ແມ່ນ ເພື່ອໃຫ້ນັກສຳມະນາກອນມີຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບວຽກງານໂພຊະນາການຂັ້ນພື້ນຖານ, ການປະສານງານ ແລະ ເປັນໜຶ່ງດຽວກັນແບບຫຼາຍຂະແໜງການ. ນໍາໄປໝູນໃຊ້ໃຊ້ເຂົ້າໃນວຽກງານຂອງບັນດາຂະແໜງການ. ໂດຍການບັນລະຍາຍຂອງທ່ານ ດຣ ປານີ ຊະນານິຄົມ ແລະ ທ່ານ ນ ເອັນ ເນີຊັນ ຜູ້ຊ່ຽວຊານວິເຄາະນະໂຍບາຍຂອງໂຄງການ NIPN.

Related posts