> ຂ່າວການເຄື່ອນໄຫວ > ການຝຶກອົບຮົມຂັ້ນແຂວງຄັ້ງທຳອິດຂອງໜ່ວຍງານວິເຄາະນະໂຍບາຍ
ການຝຶກອົບຮົມຂັ້ນແຂວງຄັ້ງທຳອິດຂອງໜ່ວຍງານວິເຄາະນະໂຍບາຍ
ຂ່າວການເຄື່ອນໄຫວ | ທັນວາ 25, 2023

ການຝຶກອົບຮົມເຂັ້ມຂັ້ນແຂວງຄັ້ງທຳອິດກ່ຽວກັບ ຂັ້ນຕອນໃນການວິເຄາະນະໂຍບາຍ ໄດ້ຈັດຂຶ້ນໂດຍໜ່ວຍງານວິເຄາະນະໂຍບາຍທີ່ແຂວງອຸດົມໄຊ ຕັ້ງແຕ່ວັນທີ 12 ຫາ 14 ທັນວາ 2023 ເປັນເວລາ 3 ມື້ ໂດຍປະກອບມີຜູ້ເຂົ້າຮ່ວມຈາກແຂວງອຸດົມໄຊ ແລະ ແຂວງຜົ້ງສາລີ. ການຝຶກອົບຮົມດັ່ງກ່າວໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ອູ່ສະຫວັນ ທ່ຽງເທບວົງສາ, ຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດສັງຄົມ (SPRI) ແລະ ທ່ານ ຈັນນທະບູລີ ວັນທະລັກ, ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງອຸດົມໄຊ.

ການຝຶກອົບຮົມຄັ້ງນີ້ເປັນໜຶ່ງໃນກິດຈະກຳຂອງໂຄງການ NIPN ເຊິ່ງຈະໄດ້ຈັດຂຶ້ນໃນບັນດາແຂວງຕ່າງໆ ອີງຕາມການປະເມີນຄວາມອາດສາມາດຂັ້ນແຂວງທີ່ໄດ້ດຳເນີນໃນປີ 2023. ການຝຶກອົບຮົມໄດ້ແບ່ງອອກເປັນ 2 ຂອບເຂດຕົ້ນຕໍຄື: (1) ການວິເຄາະຂໍ້ມູນ ແລະ ສະຖິຕິ ເຊິ່ງດຳເນີນໂດຍໜ່ວຍງານວິເຄາະຂໍ້ມູນ, ແລະ (2) ການວິເຄາະນະໂຍບາຍ ແລະ ການຂຽນບົດລາຍງານ ເຊິ່ງດຳເນີນໂດຍໜ່ວຍງານວິເຄາະນະໂຍບາຍ.

ການຝຶກອົບຮົມເຂັ້ມຂັ້ນແຂວຄັ້ງທຳອິດຂອງໜ່ວຍງານວິເຄາະນະໂຍບາຍມີຈຸດປະສົງແນໃສ່ການສ້າງຄວາມເຂົ້າໃຈກ່ຽວກັບຫຼັກການ ແລະ ຂະບວນການໃນການວາງແຜນ ແລະ ຄິດຄົ້ນນະໂຍບາຍ ເພື່ອສືບຕໍ່ເສີມສ້າງຄວາມອາດສາມາດໃຫ້ແກ່ພະນັກງານລັດຖະກອນຂັ້ນແຂວງ.

ຕິດຕໍ່ສອບຖາມ

ໜ່ວຍງານວິເຄາະຂໍ້ມູນ
ກົມນະໂຍບາຍເສດຖະກິດ ເເລະ ການເງິນ

ໂທລະສັບ: +856 21 254826
ອີເມລ: contact.cdrlaos@gmail.com

ຂ່າວທີ່ກ່ຽວຂ້ອງ