> ຂ່າວການເຄື່ອນໄຫວ > ການຝຶກອົບຮົມຄວາມສາມາດໃນການສ້າງບົດຄົ້ນຄວ້າຄືນໃໝ່
ການຝຶກອົບຮົມຄວາມສາມາດໃນການສ້າງບົດຄົ້ນຄວ້າຄືນໃໝ່
ຂ່າວການເຄື່ອນໄຫວ | 19/03/2024

ຊຸດອບຮົມເຂັ້ມໃຫ້ແກ່ໜ່ວຍງານວິເຄາະນະໂຍບາຍ ໄດ້ຈັດຂຶ້ນໃນ ວັທີ 13-15 ມີນາ 2024 ທີ່ ໂຮງແຮມອາກາເດມີ, ເມືອງວັງວຽງ. ຊຸດອົບຮົມ 03 ວັນ ນີ້ໄດ້ແນະນໍານັກສໍາມະນາກອນກ່ຽວກັບ ພາບລວມຂອງບັນດາເຄື່ອງມື ແລະ ການຝຶກພາກປະຕິບັດຕົວຈິງໃນການສ້າງຜົນໄດ້ຮັບຄືນ ຂອງບົດຄົ້ນຄວ້າຂອງໜ່ວຍງານວິເຄາະນະໂຍບາຍ ທີ່ໄດ້ດໍາເນີນໃນປີ 2023.

ການ​ຝຶກ​ອົບ​ຮົມ​ຄັ້ງ​ນີ້​ມີຈຸດປະສົງ ​ເພື່ອເປັນ​ການ​ສອນ​ຄວາມເຂັ້ມງວດທາງ​ດ້ານ​ສະ​ຖິ​ຕິ​ ແລະ​ ການ​ຄິດເຊີງວິພາກ ໄປພ້ອມກັນ​, ເຊິ່ງເປັນຄຸນສົມບັດຂອງນັກຄົ້ນຄ້ວາ. ການສ້າງບົດຄົ້ນຄ້ວາຄືນ ກໍສາມາດເປັນເຄື່ອງມືສໍາລັບການສຶກສາ ພ້ອມທັງ ເປັນແນວທາງໃຫ້ແກ່ນັກສໍາມະນາກອນ ໃນການຮຽນຮູ້ວິທີການໃນການປະກອບສ່ວນເຂົ້າໃນຂະແໜງການຂອງຕົນເອງ ໄປພ້ອມກັນ.

ນັກສໍາມະນາກອນໄດ້ກວດສອບການສຶກສາຫົວຂໍ້ ການຜະລິດກະສິກຳແບບກຸ້ມຕົນເອງ, ການຄ້ຳປະກັນສະບຽງອາຫານຂອງຄົວເຮືອນ ແລະ ຄວາມຫຼາກຫຼາຍທາງດ້ານອາຫານສໍາລັບແມ່ຍິງ ແລະ ເດັກນ້ອຍ ໃນ ສປປ ລາວ. ການຝຶກອົບຮົມໄດ້ກວມເອົາ ສະພາບລວມຂອງ ເຫດຜົນການຄົ້ນຄວ້າ, ວິທີວິທະຍາ ແລະ ຜົນໄດ້ຮັບການຄົ້ນຄ້ວາ, ແມ່ແບບ (ການຂຽນສູດ, ລະຫັດ ແລະ ອື່ນໆ) ໃນການສ້າງບົດຄົ້ນຄວ້າຄືນໃໝ່ ພ້ອມທັງ ກາຝຶກພາກປະຕິບັດຕົວຈິງ ດ້ວຍເຄື່ອງມືທີ່ມີການຄວບຄຸມ.

ຕິດຕໍ່ສອບຖາມ

ໜ່ວຍງານວິເຄາະຂໍ້ມູນ
ກົມນະໂຍບາຍເສດຖະກິດ ເເລະ ການເງິນ

ໂທລະສັບ: +856 21 254826
ອີເມລ: contact.cdrlaos@gmail.com

ຂ່າວທີ່ກ່ຽວຂ້ອງ